ຫວຽດນາມ ດຶງດູດຫຼາຍໃບສັ່ງຊື້ສິນຄ້າຈາກບັນດາເຄື່ອງໝາຍການຄ້າເກີບທີ່ມີສື່ສຽງ

ຫວຽດນາມ ດຶງດູດຫຼາຍໃບສັ່ງຊື້ສິນຄ້າຈາກບັນດາເຄື່ອງໝາຍການຄ້າເກີບທີ່ມີສື່ສຽງ - ảnh 1
(ພາບປະກອບ)

(vovworld) –  ສະມາຄົມ​ເກີບ​ໜັງ - ກະ​ເປົາ​ຫວຽດນາມ (Lefado) ​ໃຫ້​ຮູ້​ວ່າ ບັນດາ​ເຄື່ອງໝາຍ​ການ​ຄ້າ​ເກີບ​ໜັງ​ໃຫຍ່​ໃນ​ໂລກ​ຄື Nike, Adidas, Puma ພວມ​ເພີ່ມ​ທະວີ​ການ​ເປີດ​ກວ້າງ, ຫັນ​ໃບ​​ສັ່ງ​ຊື້​ຈາກ​ຈີນ, ບັງ​ກະລາ​ເທດ ມາ​ຫວຽດນາມ, ອັດຕາ​ການ​ຫັນ​ທິດນີ້​ເພີ່ມ​ຂຶ້ນ​ປະມານ 25% ​ເມື່ອ​ທຽບ​ໃສ່ປີ 2013. ນອກ​ນັ້ນ, ມີ​ບາງ​​ເຄື່ອງໝາຍ​ການ​ຄ້າ​ໃຫຍ່​ຄື ກຸ່ມ​ບໍລິສັດ Target Sourcing Services (​ແມ່ນ​ໜຶ່ງ​ໃນ​ຈຳນວນ​ບໍລິສັດ​ແຈກ​ຢາຍ​ 10 ​ແຫ່ງ​ທີ່ໃຫຍ່​ກວ່າ​ໝູ່​ຂອງ​ໂລກ), ກຸ່ມ​ບໍລິສັດ Dansun ​ພວມ​ກຳນົດ​ທິດ​ລົງທຶນ​​​ເຂົ້າຫວຽດນາມ. ບັນດາ​​ເຄື່ອງໝາຍ​ການ​ຄ້າໃຫຍ່ກ່ອນ​ນີ້​ພຽງ​ສັ່ງ​ຊື້​ສິນຄ້າ​ຢູ່​ຈີນ ຄື​ກຸ່ມ​ບໍລິສັດ​ກະ​ເປົາຄຸນ​ນະພາ​ບສູງ ​Lancaster, Sequoia Paris ຄາດ​ວ່າ​ຈະ​ຫັນ​ການ​ລົງທຶນ​ມາ​ຫວຽດນາມ ​ເພື່ອ​ແຈກ​ຢາຍ​ຄວາມ​ສ່ຽງ; ບັນດາເຄື່ອງໝາຍ​ການ​ຄ້າ Timberland, Puma… ຢາກ​ເປີດ​ກວ້າງ​ການ​ຜະລິດ​ຢູ່​ຫວຽດນາມ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ສັ່ງ​ຊຶ້ສິນຄ້າ​ທີ່ຫັນຈາກ​ຈີນ ​ມາຫວຽດນາມ.

ຂ່າວ/ບົດ​ອື່ນ