ຫວຽດນາມ ຕັ້ງໜ້າປະກອບສ່ວນເພີ່ມທະວີການຮ່ວມສຳພັນເສດຖະກິດພາກພື້ນຜ່ານກົນໄກຮ່ວມມື GMS

(VOVWORLD) - ນີ້ແມ່ນ 2 ກົນໄກຮ່ວມມືສຳຄັນທີ່ສຸດສຳລັບ ຫວຽດນາມ. ພິເສດ, ປີນີ້, ແມ່ນປີ GMS ສະເຫຼີມສະຫຼອງ 25 ປີແຫ່ງວັນລິເລີ່ມ
ຫວຽດນາມ ຕັ້ງໜ້າປະກອບສ່ວນເພີ່ມທະວີການຮ່ວມສຳພັນເສດຖະກິດພາກພື້ນຜ່ານກົນໄກຮ່ວມມື GMS - ảnh 1 ການປະຊຸມຂ່າວໃນຕອນບ່າຍວັນທີ 15 ມີນາ

ກອງປະຊຸມສຸດຍອດ GMS (ຂໍ້ລິເລີ່ມຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ) ຄັ້ງທີ 6 ແລະ ກອງປະຊຸມຂັ້ນສູງຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ -ລາວ- ຫວຽດນາມ( CLV) ຄັ້ງທີ 10 ຈະດຳເນີນໃນລະຫວ່າງວັນທີ 29 – 31 ມີນາຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມ, ມີຜູ້ແທນປະມານ 2000 ຄົນ, ເຊິ່ງເປັນແຂກຖືກເຊີນ, ວິສາຫະກິດ ແລະ ນັກຂ່າວທັງຢູ່ພາຍໃນ ແລະ ນອກພາກພື້ນ.

        ທີ່ການປະຊຸມຂ່າວຈັດຕັ້ງໃນຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງດິ່ງກູ໋ຍ ຢືນຢັນວ່າ: ນີ້ແມ່ນ 2 ກົນໄກຮ່ວມມືສຳຄັນທີ່ສຸດສຳລັບ ຫວຽດນາມ. ພິເສດ, ປີນີ້, ແມ່ນປີ GMS ສະເຫຼີມສະຫຼອງ 25 ປີແຫ່ງວັນລິເລີ່ມ ແລະ ຫວຽດນາມ ແມ່ນປະເທດຈັດຕັ້ງກອງປະຊຸມນີ້ດ້ວຍຫົວຂໍ້ “ເສີມຂະຫຍາຍ 25 ປີແຫ່ງການຮ່ວມມື, ສ້າງ GMS ເຊື່ອມໂຍງ, ຍືນຍົງ ແລະ ວັດທະນາຖາວອນ”:

        “ຫວຽດນາມ ຖື ກອງປະຊຸມນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍສຳຄັນທີ່ສຸດໃນປີນີ້. ກອງປະຊຸມນີ້ມີຄວາມໝາຍສຳຄັນໜຶ່ງອີກ ຍ້ອນວ່ານີ້ແມ່ນບັນດາປະເທດສະໜິດຕິດພັນກັບບັນດາຜົນປະໂຫຍດໃກ້ຊິດກັບ ຫວຽດນາມ. ສະເຫຼີມສະຫຼອງ 25 ປີ GMS ເພື່ອຖອດຖອນບັນດາບົດຮຽນ, ຕີລາຄາສັງລວມຄືນໃໝ່ ພ້ອມທັງບັນດາການນຳໄດ້ກຳນົດທິດເດີນໃນໄລຍະຈະມາເຖິງ, ໃນສະພາບການພາກພື້ນ GMS ກໍ່ຄືພາກພື້ນລວມທີ່ພວມມີການຜັນແປທັງດ້ານເສດຖະກິດ, ການເມືອງ, ຍຸດທະສາດ.”

ຕອບກັບ

ຂ່າວ/ບົດ​ອື່ນ