ຫວຽດນາມ ຖືກຈັດເຂົ້າໃນ ບັນຊີ ລາຍຊື່ 5 ປະເທດລົງທຶນ ຫລາຍກວ່າໝູ່ ຢູ່ ກຳປູເຈຍ

(vovworld) - ​ໃນ​ປີ 2012, ຈຳນວນ​ໂຄງການ​ຂອງ ຫວຽດນາມ ລົງທຶນ​ເຂົ້າກຳ​ປູ​ເຈຍ ສືບ​ຕໍ່​ເພີ່ມ​ຂຶ້ນ. ທີ່​ກອງ​ປະຊຸມ​ສະຫລຸບ 3 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ການ​ຄ້າ ຫວຽດນາມ ​​ເຂົ້າ​ ກຳປູ​ເຈຍ ດຳ​ເນີນ​ໄປ​ໃນ​ຕອນ​ຄຳ່​ວັນ​ທີ 25/12 ຢູ່ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ, ສະຫະ​ສະມາຄົມ​ບັນດາ​ນັກ​ລົງທຶນ ຫວຽດນາມ ​ລົງ​ທຶນ​ເຂົ້າກຳປູ​ເຈຍ ​ໃຫ້​ຮູ້​ວ່າ:  ​ເຖິງ​ວ່າ​ເສດຖະກິດ​ໂລກ ​ແລະ ຫວຽດນາມ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ກໍ​ຕາມ ​ແຕ່​ແຫ​ລ່ງ​ເງິນ​ລົງທຶນ​ຂອງ ຫວຽດນາມ ​​ເຂົ້າ ກຳປູ​ເຈຍ ຍັງ​ຄົງ​ເພີ່ມ​ຂຶ້ນ​ຢ່າງ​ແຮງ ນັບ​ທັງ​ຈຳນວນ​ໂຄງການ ​ແລະ ມູນ​ຄ່າ ດ້ວຍ 124 ​ໂຄງການ ​ແລະ ຍອດ​ຈຳ​ນວນ​​ເງິນ​ລົງທຶນ​ບັນລຸ 2,5 ຕື້ USD, ​ແລະ ຖືກ​ຈັດ​​ເຂົ້າໃນ​ບັນຊີ​ລາຍ​ຊື່ 5 ປະ​ເທດ​ລົງທຶນ​ຫລາຍ​ກວ່າ​ໝູ່​ຢູ່ ກຳປູ​ເຈຍ. ​ເລື່ອ​​ງ​ເປີດ​ສາຍ​ການບິນ​ຂອງ Vietnam Airlines, ຂະຫຍາຍເຄືອ​ຂ່າຍ​ໂທລະ​ຄົມ​ຂອງ Viettel ​ຢູ່​ປະ​ເທດ​ນີ້ ພ້ອມ​ກັບ​ບັນດາ​​ໂຄງການ​ຕົ້ນຕໍ​ໃນ​ຂົງ​ເຂດ​ຕ່າງໆ​ຄື ກະສິກຳ, ຂຸດ​ຄົ້ນ​​ແຮ່​ທາດ… ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ ປະກອບສ່ວນ​ເພີ່ມ​ແຫ​ລ່ງ​ເງິນ​ລົງທຶນຈາກ ຫວຽດນາມ​ເຂົ້າກຳ​ປູ​ເຈຍ ຢ່າງ​ວ່ອງ​ໄວ ​ແລະ ມີ​ປະສິດທິ​ຜົນ​.

ຫວຽດນາມ ຖືກຈັດເຂົ້າໃນ  ບັນຊີ ລາຍຊື່ 5 ປະເທດລົງທຶນ        ຫລາຍກວ່າໝູ່ ຢູ່ ກຳປູເຈຍ - ảnh 1
ກອງ​ປະຊຸມ​ສະຫລຸບ 3 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ການ​ຄ້າ ຫວຽດນາມ ​​ເຂົ້າ​ ກຳປູ​ເຈຍ
ພາບ:TTXVN
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ Men Som An ຮອງ​ນາຍົກລັດຖະມົນຕີ ຜູ້​ປະຈຳ​ການລັດຖະບານ ກຳປູ​ເຈຍ ​ໄດ້​ຢືນຢັນ​ວ່າ : ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ປະກອບສ່ວນ​ເພີ່ມ​ແຫ​ລ່ງ​ເງິ​ນລົງທຶນ​ຂອງ​ຕ່າງປະ​ເທດ ​ເຂົ້າກຳ​ປູ​ເຈຍ ຢ່າງ​ບໍ່​ຢຸດ​ຢັ້ງ, ຊ່ວຍ​ກຳປູ​ເຈຍ ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ, ຜ່າ​ນຜ່າ​ວິ​ກິດ​ການ ​ແລະ ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ, ຍົກ​ສູງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ. ສະ  ຫະ​ສະມາຄົມ​ບັນດາ​ນັກ​ລົງທຶນ ຫວຽດນາມ ​ທີ່​ລົງທຶນ​ເຂົ້າ​ກຳປູ​ເຈຍ ວາງ​ຈຸດໝາຍ​ຮອດ​ປີ 2015 ຈະ​ເພີ່ມ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ ຫວຽດນາມ ​ເຂົ້າກຳ​ປູ​ເຈຍ ​ໃຫ້ຂຶ້ນ​ເຖິງລະດັບ​ກວ່າ 4 ຕື້ USD, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ 5 ຕື້ USD ​ແລະ ການທ່ອງທ່ຽວ​ບັນລຸ​ລະດັບ​ເຕີບ​ໂຕກ​ວ່າ 30%/ປີ.
ຂ່າວ/ບົດ​ອື່ນ