ຫວຽດນາມ ຖືການຮ່ວມມືກັບ Boeing ມີລັກສະນະຍຸດທະສາດ ແລະ ຍາວນານ

(VOVWORLD) - ຕອນບ່າຍວັນທີ 2 ຕຸລາ ຢູ່ ຮ່າໂນ້ຍ, ໃນການຕ້ອນຮັບທ່ານປະທານ, ທັງເປັນຜູ້ອຳນວຍການໃຫຍ່ການຄ້າ Boeing Kevin Mc Allister, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ຖືການຮ່ວມມືກັບ Boeing ແມ່ນມີລັກສະນະຍຸດທະສາດ ແລະ ຍາວນານ. 
 
ຫວຽດນາມ ຖືການຮ່ວມມືກັບ Boeing ມີລັກສະນະຍຸດທະສາດ ແລະ ຍາວນານ - ảnh 1ທ່ານປະທານ, ທັງເປັນຜູ້ອຳນວຍການໃຫຍ່ການຄ້າ Boeing Kevin Mc Allister ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ລັດຖະບານ ຫວຽດນາມ ສະໜັບສະໜູນສ້າງເງື່ອນໄຂເພື່ອໃຫ້ Boeing ເປີດກ້ວາງບັນດາການເຄື່ອນໄຫວ ຮ່ວມມື, ລົງທຶນ, ດຳເນີນທຸລະກິດ ກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ Boeing ພິຈາລະນະໜູນຊ່ວຍເປີດສູນກໍ່ສ້າງນັກບິນຢູ່ ຫວຽດນາມ ໃນໄລຍະທີ່ຈະມາເຖິງ, ພິເສດ, ໜູນຊ່ວຍ ຫວຽດນາມ ຈັດຕັ້ງສັບປະດາຂັ້ນສູງ APEC 2017 ຢ່າງສຳເລັດຜົນ. ທ່ານຫວັງວ່າ, Boeing ຈະຄົ້ນຄ້ວາໜູນຊ່ວຍ ຫວຽດນາມ ເປີດບັນດາຖ້ຽວບິນ ໂດຍກົງເຖິງ ອາເມລິກາ.

        ສ່ວນທ່ານ Kevin Mc Allister ໄດ້ຕີລາຄາວ່າ ຕະຫຼາດການບິນ ຫວຽດນາມ ມີການຂະຫຍາຍຕົວໄວ. ຫວຽດນາມ ມີແງ່ຫວັງກາຍເປັນຄູ່ຮ່ວມມື ສະໜອງເຄື່ອງອາໄຫຼ່ສິ້ນສ່ວນໃຫ້ແກ່ການຜະລິດເຮືອບິນ Boeing. ທ່ານ Kevin Mc Allister ຢືນຢັນວ່າ: Boeing ພ້ອມແລ້ວຈະສົ່ງນັກຊ່ຽວຊານທີ່ມີຄວາມເກັ່ງກ້າສາມາດໄປໜູນຊ່ວຍ ຫວຽດນາມ ໃນຂົງເຂດການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ