ຫວຽດ​ນາມ ຖື​ຍີ່​ປຸ່ນ ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສຳ​ຄັນ​ແຖວ​ໜ້າ ແລະ ຍາວ​ນານ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າຫວຽດນາມ ຖືຍີ່ປຸ່ນ ເປັນຄູ່ຮ່ວມມືຍຸດທະສາດທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສຳຄັນແຖວໜ້າ ແລະ ຍາວນານ
ຫວຽດ​ນາມ ຖື​ຍີ່​ປຸ່ນ ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສຳ​ຄັນ​ແຖວ​ໜ້າ ແລະ ຍາວ​ນານ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ຄະນະປ້ອງກັນຄວາມໝັ້ນຄົງແຫ່ງຊາດ ຍີ່ປຸ່ນ Akiba Takeo (ພາບ: VGP)

ຕອນບ່າຍວັນທີ 6 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ການຕ້ອນຮັບທ່ານເລຂາທິການໃຫຍ່ ຄະນະປ້ອງກັນຄວາມໝັ້ນຄົງແຫ່ງຊາດ ຍີ່ປຸ່ນ Akiba Takeo, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າຫວຽດນາມ ຖືຍີ່ປຸ່ນ ເປັນຄູ່ຮ່ວມມືຍຸດທະສາດທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສຳຄັນແຖວໜ້າ ແລະ ຍາວນານ. ທ່ານເນັ້ນໜັກວ່າສອງປະເທດໄດ້ແບ່ງປັນຜົນປະໂຫຍດລວມຫຼາຍຢ່າງ, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍຄວນສົມທົບກັນຈັດຕັ້ງບັນດາເຫດການສຳຄັນເປັນຢ່າງດີເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (21/9/1973 - 21/9/2023), ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ  ລະຫວ່າງ ຫວຽດນາມ - ຍີ່ປຸ່ນຂຶ້ນຕື່ມ ເລິກເຊິ່ງກວ້າງຂວາງບົນຈິດໃຈ “ຄວາມຮັກແພງ, ຈິງໃຈ, ມີຄວາມໄວ້ເນື້ອເຊື່ອໃຈ, ແທດຈິງ ແລະ ມີປະສິດທິຜົນ”.

ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນໃນການພັດທະນາພື້ນຖານຍຸດທະສາດ, ຜັນຂະຫຍາຍການໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ລຸ້ນໃໝ່, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ສະເໜີຍີ່ປຸ່ນໜູນຊ່ວຍ ຫວຽດນາມ ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ຄວາມເປັນເຈົ້າ ຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍເພີ່ມທະວີການແລກປ່ຽນ, ແບ່ງປັນວິໄສທັດຍຸດທະສາດກ່ຽວກັບສະພາບການສາກົນ, ພາກພື້ນ, ສະໜັບສະໜູນເຊິ່ງກັນແລະກັນບົນເວທີສາກົນ, ກົນໄກຫຼາຍຝ່າຍ, ຮັບມືກັບບັນດາສິ່ງທ້າທາຍ, ການຜັນແປທີ່ໄວວາ, ສັບສົນຂອງສະພາບການໂລກ ແລະ ພາກພື້ນຢ່າງມີປະສິດທິຜົນ; ສືບຕໍ່ສົມທົບກັນຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ການຄ້າເສລີຢູ່ພາກພື້ນ…

ຕອບກັບ

ຂ່າວ/ບົດ​ອື່ນ