ຫວຽດນາມ ຖືປະຊາຊົນເປັນໃຈກາງໃນຫຼາຍນະໂຍບາຍ

(VOVWORLD) -ຫວຽດນາມ ຕັດສິນໃຈຖືປະຊາຊົນເປັນໃຈກາງຂອງບັນດານະໂຍບາຍ, ເພີ່ມທະວີຄວາມສາມາດຮັບມືດ້ານສາທາລະນະສຸກກັບໂລກລະບາດໂຄວິດ-19
ຫວຽດນາມ ຖືປະຊາຊົນເປັນໃຈກາງໃນຫຼາຍນະໂຍບາຍ - ảnh 1(ພາບປະກອບ: TTXVN)

ກອງປະຊຸມຄັ້ງທີ 48 ຂອງສະພາສິດທິມະນຸດ ສະຫະປະຊາຊາດຖືກໄຂຂຶ້ນໃນວັນທີ 13 ກັນຍາ, ທີ່ສຳນັກງານສະຫະປະຊາຊາດ ຢູ່ ເຊີແນວ, ປະເທດສະວິດ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 47 ປະເທດສະມາຊິກສະພາສິດທິມະນຸດ ແລະ ກວ່າ 100 ປະເທດສັງເກດການ, ບັນດາອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ ມີສຳນັກງານຕັ້ງຢູ່ ເຊີແນວ, ກອງປະຊຸມແກ່ຍາວເປັນເວລາ 4 ອາທິດ, ນັບແຕ່ວັນທີ 13 ກັນຍາ ຫາວັນທີ 08 ຕຸລາ.

ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳເຫັນທີ່ການສົນທະນາກັບຂ້າຫຼວງໃຫຍ່ສິດທິມະນຸດສະຫະປະຊາດກ່ຽວກັບບົດລາຍງານອັບເດດສະພາບການສິດທິມະນຸດໃນໂລກ, ວັນທີ 14 ກັນຍາ, ທ່ານນາງຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ເຊີແນວ, ອຸປະທູດ ຫງວຽນເຟືອງແອັງ ຢືນຢັນວ່າ, ຕໍ່ໜ້າສິ່ງທ້າທາຍທີ່ບໍ່ເຄີຍມີມາກອນ ແລະ ຜົນສະທ້ອນຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ-19, ຫວຽດນາມ ຕັດສິນໃຈຖືປະຊາຊົນເປັນໃຈກາງຂອງບັນດານະໂຍບາຍ, ເພີ່ມທະວີຄວາມສາມາດຮັບມືດ້ານສາທາລະນະສຸກກັບໂລກລະບາດໂຄວິດ-19, ປະຕິບັດບັນດາໂຄງການໜູນຊ່ວຍສັງຄົມ ແລະ ການເງິນດ້ວຍຂອບຂະໜາດເໝາະສົມ ເພື່ອຮັບປະກັນບັນດາສິດຂອງມະນຸດໂດຍພື້ນຖານຂອງປະຊາຊົນ. ຫວຽດນາມ ຮຽກຮ້ອງໃຫ້ສະພາສິດທິມະນຸດ ເຂົ້າຮ່ວມໜ້າທີ່ຟື້ນຟູພາຍຫຼັງໂລກລະບາກໂຄວິດ-19 ເພື່ອແນໃສ່ບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ