(VOVWORLD) - ທ່ານລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ມີຄວາມໝາຍເປັນບາດລ້ຽວ, ແມ່ນຂີດໝາຍສຳຄັນພິເສດໃນວິວັດການພັດທະນາຂອງ ຫວຽດນາມ.
ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ
(ພາບ: baoquocte.vn)
|
ຕອນບ່າຍວັນທີ 07 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານພິທີຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ເຖິງບັນດາອົງການຜູ້ຕາງໜ້າການທູດ ຫວຽດນາມ ປະຈຳຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນຢູ່ ຫວຽດນາມ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ມີຄວາມໝາຍເປັນບາດລ້ຽວ, ແມ່ນຂີດໝາຍສຳຄັນພິເສດໃນວິວັດການພັດທະນາຂອງ ຫວຽດນາມ. ເມື່ອເຕື້ອງເຖິງບັນດາແນວທາງການຕ່າງປະເທດໃນເອກະສານກອງປະຊຸມໃຫຍ່, ທ່ານລັດຖະມົນຕີ ເລຮ່ວາຍຈຸງ ເນັ້ນໜັກວ່າ:
“ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ຮັບປະກັນຜົນປະໂຫຍດສູງສຸດຂອງປະເທດ - ຂອງຊາດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ, ການຮ່ວມມືທີ່ມີຄວາມສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ; ເປັນເຈົ້າການເຂົ້າຮ່ວມ, ມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ສາກົນ”.
ທີ່ການຖະແຫຼງຂ່າວ, ບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການຕ່າງປະເທດປະຈຳ ຫວຽດນາມ ກໍເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຈະບັນລຸຜົນສຳເລັດຢ່າງຈົບງາມ.