ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ

(VOVWORLD) -ຕອນບ່າຍວັນທີ 6 ກໍລະກົດ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ລັດຖະມົນຕີ ການຕ່າງປະເທດ ລັດເຊຍ Sergey Lavrov ເຂົ້າຢ້ຽມຄຳນັບເນື່ອງໃນໂອກາດ ມາຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນາມ
ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ  ແລະ ທ່ານ ລັດຖະມົນຕີ ການຕ່າງປະເທດ ລັດເຊຍ Sergey Lavrov 

     ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ປຶກສາຫາລືກ່ຽວກັບບັນດາຜົນງານສຳຄັນທີ່ຫວຽດນາມ ບັນລຸໄດ້ໃນທຸກດ້ານຜ່ານຂະບວນວິວັດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງຫວຽດນາມຖືກຍົກສູງຂຶ້ນຢູ່ເວທີສາກົນ, ກ່ຽວກັບທັດສະນະຂອງຫວຽດນາມສຳລັບບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອດຄ່ອງກັບແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ, ໃນນັ້ນມີການສົນທະນາ, ເຈລະຈາ ແລະ. ການແກ້ໄຂຄວາມແຕກຕ່າງກັນໂດຍສັນຕິວິທີ, ພິເສດແມ່ນການຂັດແຍ່ງສາກົນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວ ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.

      ສ່ວນທ່ານລັດຖະມົນຕີ Sergey Lavrov ໄດ້ຕີລາຄາສູງທີ່ຕັ້ງບົດບາດທາງດ້ານການເມືອງ ແລະ ບົດບາດນຳພາຂອງພັກກອມມູນິດຫວຽດນາມ ໃນການພັດທະນາປະເທດຊາດ, ແນວທາງການຕ່າງປະເທດຂອງຫວຽດນາມ, ໃນນັ້ນມີການພົວພັນກັບອະດີດສະຫະພາບ ໂຊວຽດ ແລະ ສະຫະພັນລັດເຊຍໃນປະຈຸບັນ. ທ່ານລັດຖະມົນຕີຢືນຢັນການຖືເປັນສຳຄັນຂອງສະຫະພັນລັດເຊຍ ຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ, ສະໜັບສະໜູນບົດບາດໃຈກາງຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນພາກພື້ນ, ແລະ ຂອບໃຈການປະກອບສ່ວນຂອງຫວຽດນາມ ໃນການຊຸກຍູ້ການພົວພັນລັດເຊຍ - ອາຊຽນ ໃນຊຸມປີທີ່ຜ່ານມາ.

ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov 

    ໃນຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ທີ່ພວມຢ້ຽມຢາມ ຫວຽດນາມ. ການຢ້ຽມຢາມໄດ້ດຳເນີນໃນໂອກາດວັນຄົບຮອບ 10 ປີແຫ່ງການຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນກໍລະກົດ 2012 – ເດືອນກໍລະກົດ 2022).

      ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ສະແດງຄວາມຂອບອົກຂອບໃຈບັນດາການໜູນຊ່ວຍອັນລ້ຳຄ່າທີ່ປະຊາຊົນ ລັດເຊຍ ໄດ້ສະຫງວນ ໃຫ້ແກ່ຫວຽດນາມ ໃນອະດີດຕະການ ກໍ່ຄືໃນການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

     ສ່ວນທ່ານລັດຖະມົນຕີການຕ່າງປະເທດ Sergey Lavrov ຢືນຢັນວ່າ: ລັດເຊຍ ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ. ທ່ານລັດຖະມົນຕີ Lavrov ສະແດງການສະໜັບສະໜູນການແກ້ໄຂການຂັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ຫວັງວ່າຈະບັນລຸກົດແຫ້ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກໂດຍໄວ.

     2 ຝ່າຍຢືນຢັນຈະຮັກສາທ່ວງທ່າການຮ່ວມມືໃນຂົງເຂດທີ່ມີທ່າແຮງຂອງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງສະເໜີໃຫ້ບັນດາກະຊວງ, ຂະແໜງການ ຂອງສອງປະເທດແກ້ໄຂຄວາມຫຍຸ້ງຍາກໃນຂົງເຂດການຄ້າ, ການລົງທຶນ, ການຂົນສົ່ງ...ໂດຍໄວ

ຕອບກັບ

ຂ່າວ/ບົດ​ອື່ນ