ຫວຽດນາມ ນອນ ໃນຈຳນວນປະເທດ ບັນລຸໄດ້ຄາດ ໝາຍລົບລ້າງ ຄວາມອຶດຫິວ ຫຼຸດຜ່ອນທຸກຍາກ

ຫວຽດນາມ ນອນ ໃນຈຳນວນປະເທດ ບັນລຸໄດ້ຄາດ ໝາຍລົບລ້າງ ຄວາມອຶດຫິວ ຫຼຸດຜ່ອນທຸກຍາກ - ảnh 1
(ພາບປະກອບ)

(vovworld) - ​​ບົດ​ລາຍ​ງານ​ຂອງ​ອົງການອາຫານ ແລະ ການກະເສດສະຫະປະຊາຊາດ (FAO), ທີ່ປະກາດ​ເມື່ອ​ວັນ​ທີ 12/06 ​ໃຫ້​ຮູ້​ວ່າ, ຫວຽດນາມ ນອນ​ໃນ​ຈຳນວນ​​ປະ​ເທດ​ນຳ​ໜ້າ​ໃນ​ການ​ປະຕິບັດສຳ​ເລັດບັນດາ​ຄາດໝາຍ​ສາກົນ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ. ຕາມ​ບົດ​ລາຍ​ງານ​ແລ້ວ, ​ໄດ້​ມີ 38 ປະ​ເທດປະຕິບັດ​ສຳ​ເລັດ​ຄາດໝາຍ​ດັ່ງກ່າວ, ​ໃນ​ນັ້ນ​ມີ​ການ​ຫຼຸດຜ່ອນ​ອັດຕາ​ຄົນ​ທຸກ​ຍາກອຶດຫິວ​ລົງ​ເຫຼືອ​ພຽງ​ເຄິ່ງໜຶ່ງ ໃນ​ປີ 2015. ສະ​ເພາະ​ຫວຽດນາມ ປະຕິບັດ​ສຳ​ເລັດຄາດໝາຍ​ຫຼຸດ​ຈຳນວນອຶດຫິວ​ລົງ 50% ​ໃນ​ໄລຍະ 1990 – 1992 ​ແລະ 2010 – 2012. ຜູ້ອຳນວຍການ​ໃຫຍ່ FAO Jose Graziano da Silva ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງ​ບັນດາ​ປະ​ເທດ, ພ້ອມ​ທັງ​ຢືນຢັນ​ວ່າ, ດ້ວຍ​ຜົນສຳ​ເລັດ​ດັ່ງ​ກ່າວ, ບັນດາ​ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ອະນາຄົດ​ອັນ​ດີງາມ​ກວ່າ. ທ່ານ​ກໍ​ໃຫ້​ຮູ້​ວ່າ ​ໃນ​ວັນ​ທີ 16/06 ຈະ​ມາ​ເຖິງ, FAO ຈະ​ຈັດ​ຕັ້ງ​ພິທີ​ເຊີດ​ຊູ 38 ປະ​ເທດ​ດັ່ງກ່າວ​ຢູ່​ນະຄອນຫຼວງ Roma, ປະ​ເທດ​ອີ​ຕາ​ລີ. ທ່ານ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ນີ້ ສືບ​ຕໍ່​ຮັກສາ​ທ່າ​ແຮງ, ​ມຸ່ງ​ໄປ​ສູ່​ການ​ລົບ​ລ້າງ​ສະພາບ​ອຶດຫິວ​ທຸກ​ຍາກ​ຢ່າງ​ສິ້ນ​ເຊິ່ງ ຕາມ​ຂໍ້​ລິ​ເລີ່​ມ “ບໍ່​ມີ​ຄວາມ​ອຶດຫິວ, ທຸກ​ຍາ​ກ” ​ໂດຍ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ປຸກລະດົມ ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ກອງ​ປະຊຸມ​ພັດທະນາ​ຢ່າງ​ໝັ້ນຄົງ ຢູ່​ບຣາຊິນ ​ເມື່ອ​ເດືອນ 06/2012.

ຂ່າວ/ບົດ​ອື່ນ