ຫວຽດນາມ ນອນໃນກຸ່ມ 50 ພື້ນຖານເສດຖະກິດຂອງໂລກ

(VOVWORLD) - ກ່ຽວກັບໜ້າທີ່ຂອງປີ 2018, ທ່ານນາຍົກລັດຖະມົນຕີຮຽກຮ້ອງ ຕ້ອງການສູ້ຊົນ ເພື່ອບັນລຸລະດັບເຕີບໂຕ 6,7 %.
ຫວຽດນາມ ນອນໃນກຸ່ມ 50 ພື້ນຖານເສດຖະກິດຂອງໂລກ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP)

ກ່າວຄຳເຫັນສິ້ນສຸດກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນໃນຕອນເຊົ້າວັນທີ 29 ທັນວາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ຂອບຂະໜາດ GDP ແຫ່ງຊາດບັນລຸໄດ້ຕົວເລກ 5 ລ້ານຕື້ດົ່ງ (ເທົ່າກັບ 220 ຕື້ USD). ຫວຽດນາມ ບືນຕົວຂຶ້ນນອນໃນກຸ່ມ 50 ພື້ນຖານເສດຖະກິດຂອງໂລກ. ປີ 2017 ກໍ່ຮັບຮູ້ບັນດາສະຖິຕິກ່ຽວກັບຍອດຈຳນວນເງິນລົງທຶນ FDI, ວົງເງິນສົ່ງອອກ, ຈຳນວນວິສາຫະກິດສ້າງຕັ້ງໃໝ່, ຈຳນວນແຂກທ່ອງທ່ຽວ, ສ້າງໂຄງປະກອບໜີ້ສາທາລະນະຄືນໃໝ່…ກ່ຽວກັບໜ້າທີ່ຂອງປີ 2018, ທ່ານນາຍົກລັດຖະມົນຕີຮຽກຮ້ອງ ຕ້ອງສູ້ຊົນ ເພື່ອບັນລຸລະດັບເຕີບໂຕ 6,7 %. ຫັນໜ້າທີ່ເປັນລະອຽດ, ທ່ານນາຍົກລັດຖະມົນຕີຖືວ່າ:

        “ຄວນສຸມໃສ່ຊຸກຍູ້ເລື່ອງເພີ່ມສະມັດຕະພາບແຮງງານ, ປັບປຸງດັດຊະນີຕີລາຄາຄຸນນະພາບ ຊີວິດການເປັນຢູ່ຂອງປະຊາຊົນຈະແຈ້ງກ່ວາ, ຕົວຢ່າງຄື: ດັດຊະນີກ່ຽວກັບສະພາບແວດລ້ອມ, ສັງຄົມມີຄວາມສະຫງົບສຸກກ່ວາ, ປະຊາຊົນທຸກຄົນ, ເປັນຕົ້ນແມ່ນຄົນທຸກຍາກ, ຜູ້ດ້ອຍໂອກາດມີຊີວິດການເປັນຢູ່ດີກ່ວາທັງດ້ານວັດຖຸ ແລະ ຈິດໃຈ. ນັ້ນແມ່ນຄວາມໝາຍຂອງການພັດທະນາແບບຍືນຍົງ”.

        ທ່ານນາຍົກລັດຖະມົນຕີວາງບັນຫາຄວນມີມາດຕະການສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີກ່າວວ່າ:

        “ຄວນມີມາດຕະການກໍ່ສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງ, ບໍ່ແມ່ນພື້ນຖານເສດຖະກິດຂຶ້ນກັບ. ພວກເຮົາຍູ້ແຮງການເຊື່ອມໂຍງເສດຖະກິດແມ່ນມີຄວາມຈຳເປັນ ແຕ່ຕ້ອງຄິດເຖິງບັນຫານີ້. ໜູນຊ່ວຍລັດວິສາຫະກິດ, ເອກະຊົນ, ສະຫະກອນ. ບັນດາອົງການແຫ່ງລັດ ມານະພະຍາຍາມເປີດກ້ວາງການເຈລະຈາ ເພື່ອມີຕະຫລາດຕື່ມອີກ, ຫັນການພົວພັນ, ຄູ່ຮ່ວມມືເປັນຫລາຍຮູບຫລາຍແບບ…ຈຸດປະສົງຕົ້ນຕໍແມ່ນ ເພື່ອບໍ່ໃຫ້ພື້ນຖານເສດຖະກິດຖືກຕົກຢູ່ໃນທ່າຮັບ, ບໍ່ຂຶ້ນກັບບໍ່ວ່າຜູ້ໃດ.

ຕອບກັບ

ຂ່າວ/ບົດ​ອື່ນ