ຫວຽດນາມ ບັນລຸຄວາມຄືບຫນ້າໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງຊາຍ

(vovworld) -  ວັນ​ທີ 20/3, ຄະນະ​ຜູ້​ແທນ ຫວຽດນາມ ​ໂດ​ຍທ່ານ ​ເຢືອງວັນ​ກ໋ວາງ ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ຂອງ​ຫວຽດນາມ ປະຈຳ UNESCO ​ແລະ ຜູ້ຕາງຫນ້າ​ປະທານ​ປະ​ເທດ ປະຈຳ​ອົງການ​ໃຊ້​ພາສາ ຝລັ່ງ (OIF) ນຳ​ຫນ້າ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ແມ່ຍິງ​ໃຊ້ພາສາ​ຝລັ່ງ​ໂລກ​ຄັ້ງ​ທຳອິດ​ຢູ່ ປາຣີ ​ເນື່ອງ​​ໃນ​ໂອກາດ​ວັນ​​ໃຊ້ພາສາ​ຝລັ່ງ ສາກົນ ຄື​ວັນ​ທີ 20/3. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຢຶອງວັນ​ກວ໋າງ ຖື​ວ່າ: ​​ເວທີ​ປາ​ໄສ​ແມ່ນ​ການ​ປຸກ​ສະຕິ​ໃຫ້​ທຸກ​ຄົນ​ຕໍ່ຫນ້າ​ບັນຫາ​ຮ້ອນ​ເຮັ່ງ​ໃນ​ປະຈຸ​ບັນ ​ນັ້ນແມ່ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ແນວ​ຄິດຖື​​ເພດ​ຊາຍ​ສຳຄັນ​ກວ່າ​​​ເພດຍິງ.

        “ອົງການ​ໃຊ້​ພາສາ​ຝລັ່ງ ສາກົນ ມີ​ຂໍ້​ລິ​ເລີ່​ມຫລາຍ​ຢ່າງ, ພິ​ເສດ ​ແມ່ນມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສະ​ເຫມີ​ພາບ ລະຫວ່າງ ຍິງ​ຊາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ມາດ​ຕະການ​ແມ່ນ​ມີ​ຫລາຍ ​ແຕ່​ຄວາມ​ສາມາ​ດະ​ຕິ​ບັດ​​ບໍ່​ແມ່ນ​ເລື່ອງ​ງ່າຍ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ສິ່ງ​ສຳ​ຄັນ​ ນັ້ນ​ແມ່ນ ບັນດາ​ປະ​ເທດ​ສະມາຊິກຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ. ຫວຽດນາມ ມີ​ມາດ​ຕະການ​ລະອຽດ​ຫລາຍ​ຢ່າງ ​ແລະ ມີ​​ເຄື່ອງ​ມີ​ລະອຽດ​ເພື່ອ​ປະຕິບັດ​ບັນຫາ​ນີ້. ​”

ຕອບກັບ

ຂ່າວ/ບົດ​ອື່ນ