ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ຍີ່​ປຸ່ນ ຫຼາຍກວ່າ​ອີກ

(VOVWORLD) - ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ປາດຖະໜາວ່າ ຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ຍີ່ປຸ່ນ ຈະປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃຫ້ແກ່ບັນດາຄວາມມານະພະຍາຍາມຊຸກຍູ້ການເຕີບໂຕແບບກວມລວມ ມຸ່ງໄປເຖິງອະນາຄົດພັດທະນາແບບຍືນຍົງໃຫ້ບັນດາປະເທດ ແລະ ປະຊາຊົນສອງຝ່າຍ ແລະ ພາກພື້ນ.
ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ຍີ່​ປຸ່ນ ຫຼາຍກວ່າ​ອີກ - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ວັນທີ 25 ມິຖຸນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ, ຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM ASEAN) ຂອງ ຫວຽດນາມ, ພ້ອມກັບຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ປະຈຳປີ ຄັ້ງທີ 39 ເຊິ່ງຈັດຂຶ້ນທີ່ນະຄອນຫຼວງ ບາງກອກ, ປະເທດໄທ.

        ເມື່ອແລກປ່ຽນໃນເວທີປາໄສ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ປາດຖະໜາວ່າ ຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ຍີ່ປຸ່ນ ຈະປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃຫ້ແກ່ບັນດາຄວາມມານະພະຍາຍາມຊຸກຍູ້ການເຕີບໂຕແບບກວມລວມ ມຸ່ງໄປເຖິງອະນາຄົດພັດທະນາແບບຍືນຍົງໃຫ້ບັນດາປະເທດ ແລະ ປະຊາຊົນສອງຝ່າຍ ແລະ ພາກພື້ນ. ທ່ານກໍສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ ແລະ ພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ລວມທັງໃນຂອບເຂດການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ຍີ່ປຸ່ນ ເພີ່ມທະວີການໜູນຊ່ວຍບັນດາປະເທດ ອາຊຽນ ປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດກາກບອນ, ຊຸກຍູ້ການຫັນປ່ຽນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍຜ່ານບັນດາກົນໄກ, ຂໍ້ລິເລີ່ມ ເຊັ່ນ ຂໍ້ລິເລີ່ມປະຊາຄົມ ອາຊີ ຫຼຸດຜ່ອນການປ່ອຍອາຍພິດກາກບອນລົງເປັນ 0 (AZEC) ຂອງ ລັດຖະບານ ຍີ່ປຸ່ນ, ຂໍ້ລິເລີ່ມຫັນປ່ຽນພະລັງງານອາຊີ ແລະ ຂໍ້ລິເລີ່ມອະນາຄົດພະລັງງານສະອາດ ສຳລັບ ອາຊຽນ.   


ຕອບກັບ

ຂ່າວ/ບົດ​ອື່ນ