ຫວຽດນາມ ຜັນຂະ ຫຍາຍການສ້າງໂຄງ ການຊັບສິນທາງປັນຍາ

ຫວຽດນາມ ຜັນຂະ ຫຍາຍການສ້າງໂຄງ ການຊັບສິນທາງປັນຍາ - ảnh 1
ພາບປະກອບ

(vovworld) – ​​ ວັນ​ທີ 7/5, ຢູ່​ຮ່າ​ໂນ້ຍ, ກົມ​ຊັບ​ສິນທາງ​ປັນຍາ ຂຶ້ນ​ກັບ​ກະຊວງ​ວິທະຍາສາດ ​ແລ​ະ ​ເຕັກ​ໂນ​ໂລ​ຢີ ສົມທົບ​ກັບ​ອົງການ​ຊັບ​ສິນທາງປັນຍາ​ໂລກ (ຫຼື WIPO) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການກໍ່ສ້າງ ​ແລະ ​ເສີມ​ຂະຫຍາຍ​​ໂຄງການ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ຊ່ຽວຊານ ກ່ຽວ​ກັບ​ຊັບ​ສິນທາງ​ປັນຍາ​ທີ່​ມາ​ຈາກ ກາ​ນາ​ດາ, Kenya, ​WIPO ​ແລະ ຫວຽດນາມ. ຕາມ​ບັນດາ​ນັກ​ຊ່ຽວຊານ​ແລ້ວ, ​ໂຄງການ​ຊັບ​ສິນ​ທາງປັນ​ຍາ​ແຫ່ງ​ຊາດ​ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົ​ມ. ​ໂຄງກາ​ນຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ມີ​ລັກສະນະ​ສັງ​ລວມ, ​ໄດ້​ຮັບ​ການ​ຜັນຂະຫຍາຍ​ປະຕິບັດ​ໃນ​ພື້ນຖານ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຝ່າຍ​ກ່ຽວຂ້ອງ​ເພື​ື່ອ​ແນ​ໃສ່​ຂຸດ​ຄົ້ນ​ເຕັກ​ໂນ​ໂລ​ຢີ​ໃໝ່ ​ແລະ ຜະລິດ​ຕະພັນທີ່​ມີ​ຫົວຄິດ​ປະດິດ​ສ້າງ. ຈຸດໝາຍ​ຂອງ​ການ​ສ້າງ​ໂຄງການ​ຊັບ​ສິນ​ພຸມ​ປັນ​ຍາ​ແຫ່ງ​ຊາດ​ແມ່ນ​ວາງ​ອອກ​ແຜນການ​ຊ່ວຍ​ໃຫ້​​ບັນດາ​ອົງການທັງ​ໝົດ​ໃນ​ປະ​ເທດ ສາມາດ​ພ້ອມ​ກັນ​ຮ່ວມ​ມື​​ປະດິດ​ສ້າງ, ຊັບ​ສິນ ​ແລະ ຂຸດ​ຄົ້ນ​ບັນດາ​ຜົນງານ​ຂອງ​ການ​ຄົ້ນ​ຄ້ວາ, ບັນດາ​ຂໍ້​ລິ​ເລີ່​ມ, ​ເຕັກ​ໂນ​ໂລ​ຢີ​ໃໝ່ ​ແລະ ບັນດາ​ຜົນງານ​ປະດິດ​ສ້າງ.​​..​ ຮ່າງ​ໂຄງການ​ຊັບ​ສິນທາງ​ປັນ​ຍາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ການ​ໜູນ​ຊ່ວຍ​ຂອງ ​WIPO. ​ໂຄງການ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ຄື: ​ເພີ່ມ​ທະວີ​ນະ​ໂຍບາຍ ​ແລະ ຂອບ​ເຂດ​ຊັບ​ສິນ​ທາງ​ປັນຍາ, ຍົກ​ສູງ​ຄວາມ​ຮູ້ ​ແລະ ວິທີ​ການ​ນຳ​ໃຊ້​ຍີ່​ຫໍ້.​.​.​

ຂ່າວ/ບົດ​ອື່ນ