ຫວຽດນາມ ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ທົ່ວປະເທດ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາ ຟ້າມມິນຈິງ ໃຫ້ຮູ້ວ່າ, ວັກຊິນໄດ້ຮັບຖືວ່າແມ່ນມາດຕະການທີ່ມີປະສິດທິຜົນທີ່ສຸດເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ຫວຽດນາມ ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ທົ່ວປະເທດ - ảnh 1ພິທີປຸກລະດົມຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ໃນຂອບເຂດທົ່ວປະເທດ
(ພາບ: TTXVN)

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີປຸກລະດົມຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ໃນຂອບເຂດທົ່ວປະເທດ. ນີ້ແມ່ນການສັກວັກຊິນໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ຈຳນວນຜູ້ສັກວັກຊິນຂຶ້ນເຖິງນັບລ້ານຄົນ, ໄດ້ປະຕິບັດໃນໄລຍະສັ້ນ.

        ທີ່ພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີຫວຽດນາ ຟ້າມມິນຈິງ ໃຫ້ຮູ້ວ່າ, ວັກຊິນໄດ້ຮັບຖືວ່າແມ່ນມາດຕະການທີ່ມີປະສິດທິຜົນທີ່ສຸດເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ດ້ວຍວິໄສທັດຍາວໄກ ແລະ ຊອກຫາມາດຕະການແກ້ໄຂໂດຍພື້ນຖານທີ່ສຸດເພື່ອນຳປະເທດໃຫ້ຫຼຸດພົ້ນອອກຈາກໂລກລະບາດ, ພັກ ແລະ ລັດຫວຽດນາມ ຕັດສິນໃຈປະຕິບັດຍຸດທະສາດວັກຊິນ. ຍຸດທະສາດວັກຊິນໄດ້ສຸມໃສ່ບັນດາເນື້ອໃນຕົ້ນຕໍລວມມີ: ການນຳເຂົ້າ, ຖ່າຍທອດເຕັກໂນໂລຊີ, ຄົ້ນຄວ້າເພື່ອຜະລິດ ແລະ ພັດທະນາວັກຊິນຢູ່ພາຍໃນປະເທດ ເພື່ອເປັນເຈົ້າການ ແລະ ສັກວັກຊິນໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນ. ປະຈຸບັນ, ກໍ່ປະຕິບັດການສັກວັກຊິນໄດ້ປະມານ 4 ລ້ານໂດສແລ້ວ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ເປົ້າໝາຍຂອງຍຸດທະສາດວັກຊິນແມ່ນການສັກວັກຊິນໂດຍບໍ່ເກັບຄ່າໃນແຕ່ລະປີໃຫ້ແກ່ປະຊາຊົນ ເພື່ອບັນລຸໄດ້ຄວາມຕານທານໃນຊຸມຊົນ. ຄາດວ່າ, ຈະສັກວັກຊິນໃຫ້ປະຊາຊົນປະມານ 75 ລ້ານຄົນ, ດ້ວຍວັກຊິນ 150 ລ້ານໂດສ ໃນ 6 ເດືອນທ້າຍປີ 2021 ແລະ 6 ເດືອນຕົ້ນປີ 2022. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

“ພວກເຮົາແຕ່ລະຄົນຈົ່ງປະຕິບັດສານທີ່ວ່າ “ຕົນເອງເພື່ອທຸກຄົນ, ທຸກຄົນເພື່ອຕົນເອງ”, “ຮັກຫ້ອມຜູ້ອື່ນກໍ່ດັ່ງຮັກຫອມຕົນເອງ” ສ້າງອາລົມ ແລະ ແຜ່ຂະຫຍາຍໃນຊຸມຊົມ. ພັກ, ລັດ ແລະ ປະຊາຊົນເຈົ້າໃຈ ແລະ ຕີລາຄາສູງການເສຍສະຫຼະ, ຄວາມລຳບາກຂອງກຳລັງແນວໜ້າຄື: ຖັນແຖວແພດໝໍ, ກອງທັບ, ຕຳຫຼວດ ແລະ ບັນດາກຳລັງອື່ນໆໃນໄລຍະຜ່ານມາ. ໂດຍຕາງໜ້າໃຫ້ແກ່ພັກ, ລັດ, ຂ້າພະເຈົ້າຂອບໃຈການຮ່ວມແຮງຮ່ວມໃຈສະໜັບສະໜູນຂອງປະຊາຊົນໃນທົ່ວປະເທດ ກໍຄືຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກໍຄືຜັນຂະຫຍາຍບັ້ນວັກສັກວັກຊິນໃນທົ່ວປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ