ຫວຽດ​ນາມ ພ້ອມ​ກັບ ສະ​ຫະ​ພັນລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງເໜືອ ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານການ​ຄ້າ​ມະ​ນຸດ

(VOVWORLD) - ທ່ານນາຍົກລັດຖະມົນຕີໄດ້ປະກາດໃຊ້ແຜນປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານ ສະຫະພັນລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດ
ຫວຽດ​ນາມ ພ້ອມ​ກັບ ສະ​ຫະ​ພັນລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງເໜືອ ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານການ​ຄ້າ​ມະ​ນຸດ - ảnh 1ບັນດາຜູ້ປະສົບເຄາະຮ້າຍທີ່ໄດ້ກອບກູ້ຈາກເຫດການຄ້າມະນຸດ (ພາບ: ກວກແຄ໊ງ/TTXVN)

ເປົ້າໝາຍຂອງແຜນການແມ່ນເພື່ອແນໃສ່ກຳນົດເນື້ອໃນ, ຄວາມຄືບໜ້າໃນການປະຕິບັດໜ້າທີ່ ແລະ ແບ່ງໜ້າທີ່ຮັບຜິດຊອບໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູງກາງຢ່າງລະອຽດກ່ຽວກັບການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳດັ່ງກ່າວ, ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການທີ່ກ່ຽວຂ້ອງຢ່າງເລິກກ້ວາງໃນການຜັນຂະຫຍາຍການປະຕິບັດບັນດາແຜນການ, ໂຄງການປ້ອງກັນ, ຕ້ານການຄ້າມະນຸດລະຫ່ວາງສອງປະເທດ ຢ່າງມີປະສິດທິຜົນ.

ກະຊວງການຕ່າງປະເທດໄດ້ຊີ້ນຳອົງການຕາງໜ້າຂອງ ຫວຽດນາມ ປະຈຳ ລາຊະອານາຈັກອັງກິດ ແລະ ບັນດາປະເທດຕ່າງໆທີ່ກ່ຽວຂ້ອງເຖິງການວຽກງານປົກປ້ອງ ພົນລະເມືອງເປັນຢ່າງດີ, ພິເສດ ແມ່ນ ຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດຫຼືສົງໄສວ່າຖືກຂາຍໄປຍັງລາຊະອານາຈັກອັງກິດ, ເພີ່ມທະວີການໜູນຊ່ວຍບັນດາອົງການທີ່ມີໜ້າທີ່ຮັບຜິດຊອບພາຍໃນປະເທດຮ່ວມມືກັບອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງລາຊະອານາຈັກ ອັງກິດ ເພື່ອສົມທົບກັນສືບສວນບັນດາຄະດີ, ທຳລາຍບັນດາແຜນການຄ້າມະນຸດທີ່ກ່ຽວຂ້ອງເຖິງສອງປະເທດຢ່າງທັນເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ