ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂໃຫ້​ແກ່​ບັນ​ດາ ໂຊ​ມາ​ລີ ແລະ ໄຮ​ຕີ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ລັດຖະບານ ໂຊມາລີ ແລະ ບັນດາລັດພາຄີຈົ່ງ ຮີບເຮັງເຊື່ອມຕໍ່ການເຈລະຈາຄືນໃໝ່
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂໃຫ້​ແກ່​ບັນ​ດາ ໂຊ​ມາ​ລີ ແລະ ໄຮ​ຕີ - ảnh 1ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ

ວັນທີ 22 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການ ໂຊມາລີ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານໜູນຊ່ວຍ ສປຊ ປະຈຳ ໂຊມາລີ (UNSOM). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ລັດຖະບານ ໂຊມາລີ ແລະ ບັນດາລັດພາຄີຈົ່ງ ຮີບເຮັງເຊື່ອມຕໍ່ການເຈລະຈາຄືນໃໝ່, ລົບລ້າງຄວາມແຕກຕ່າງກັນເພື່ອມຸ່ງໄປສູ່ຂໍ້ຕົກລົງດ້ານການເມືອງກ່ຽວກັບ ວັນເວລາ ແລະ ແຜນດຳເນີນການເລືອກຕັ້ງ. ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ ສປຊ ແລະ ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍດ້ານການເງິນ, ເຕັກນິກ ແລະ ບັນດາມາດຕະການປົກປ້ອງສາມັນຊົນໃນວິວັດການກະກຽມ ແລະ ເຂົ້າຮ່ວມການເລືອກຕັ້ງ, ທ່ານກໍ່ຢ້ຳຄືນການສະໜັບສະໜູນຂອງຫວຽດນາມ ຕໍ່ໂຊມາລີໃນບັນດາຄວາມມານະພະຍາຍາມມຸ່ງໄປເຖິງເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

ແລະກໍ່ໃນວັນດຽວກັນ, ທີ່ກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ ໄຮຕີ ແລະ ການເຄື່ອນໄຫວຂອງຫ້ອງວ່າການປະສານງານຂອງ ສປຊ ປະຈຳ ໄຮຕີ (BINUH). ທ່ານນາງ ຫງວຽນເຟືອງຈ່າ ທີ່ປຶກສາດ້ານການພົວພັນຕ່າງປະເທດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາຄວາມຫຍຸ້ງຍາກ, ສະພາບການຂາດສະຖຽນລະພາບຢູ່ໄຮຕີ ແລະ ກ່າວປະນາມບັນດາການກະທຳໃຊ້ຄວາມຮຸນແຮງຂອງ ກຸ່ມອາດຊະຍາກຳ ເຊິ່ງກໍ່ໃຫ້ເກີດສະພາບການຂາດສະຖຽນລະພາບດ້ານການເມືອງ ແລະ ສັງຄົມ ຢູ່ ໄຮຕີ. ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ, ໃນນັ້ນມີບັນດາປະເທດໃນພາກພື້ນ, ສືບຕໍ່ສະໜັບສະໜູນວິວັດທະນາການດ້ານການເມືອງຢູ່ ໄຮຕີ ແລະ ໜູນຊ່ວຍຊາວໄຮຕີແກ້ໄຂບັນດາຄວາມຫຍຸ້ງຍາກໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ