ຫວຽດ​ນາມ ພ​້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ ຢູ່​ເວ​ທີ​ປາ​ໄສ​ພັດ​ທະ​ນາ​ຂອງ ສ​ປ​ຊ

(VOVWORLD) -    ຫວຽດນາມ ພ້ອມແລ້ວທີ່ປະກອບສ່ວນຢ່າງແທດຈິງຢູ່ ເວທີປາໄສພັດທະນາຂອງ ສປຊ. ນີ້ແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໃນການເຮັດວຽກກັບທ່ານ ລິວເຈນໝິນ, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາເສດຖະກິດ, ສັງຄົມ ໃນວັນທີ 12 ເມສາ, ຢູ່ ນິວຢອກ, ອາເມລິກາ.
ຫວຽດ​ນາມ ພ​້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ ຢູ່​ເວ​ທີ​ປາ​ໄສ​ພັດ​ທະ​ນາ​ຂອງ ສ​ປ​ຊ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ແລະ ທ່ານ ລິວເຈນໝິນ, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາເສດຖະກິດ, ສັງຄົມ 

ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ຢັ້ງຢືນວ່າ ສັນຕິພາບ, ສະຖຽນລະພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດແກ່ການພັດທະນາແບບຍືນຍົງ, ຕາມນັ້ນແລ້ວ, ປະຊາຄົມສາກົນຕ້ອງສາມັກຄີ, ຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາໃນປັດຈຸບັນ ເພື່ອແນໃສ່ຊຸກຍູ້ການປະຕິບັດໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງໃນປີ 2030. ດັ່ງນັ້ນ, ຫວຽດນາມ ຢາກຮ່ວມມືກັບ ກົມເສດຖະກິດ - ສັງຄົມ ຂອງ ຄະນະເລຂາ ສປຊ (DESA) ຢ່າງແໜ້ນແຟ້ນ, ພິເສດໃນບັນຫາ ທີ່ຫວຽດນາມ ມີຄວາມສົນໃຈຄືການເຄື່ອນໄຫວເພື່ອດິນຟ້າອາກາດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຊຸກຍູ້ການສຶກສາ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

        ສ່ວນທ່ານຮອງເລຂາທິການໃຫຍ່ ສປຊ ລິວເຈນໝິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງສະໜັບສະໜູນ ສປຊ ແລະ DESA ໃນບັນຫາຕ່າງໆທີ່ກ່ຽວຂ້ອງ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ