ຫວຽດນາມ ມີຄວາມວິຕົກວັງວົນຕໍ່ບັນດາການຜັນແປຢູ່ທະເລຕາເວັນອອກ ອາດຈະສົ່ງຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ UNCLOS 1982  ສວມບົດບາດແມ່ນພື້ນຖານໃຫ້ແກ່ການຮ່ວມມື ແລະ ການກະທຳຂອງປະເທດຊາດ, ພາກພື້ນ ແລະ ທົ່ວໂລກບົນທະເລ.
ຫວຽດນາມ ມີຄວາມວິຕົກວັງວົນຕໍ່ບັນດາການຜັນແປຢູ່ທະເລຕາເວັນອອກ ອາດຈະສົ່ງຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ - ảnh 1ກອງປະຊຸມກ່ຽວກັບ ມະຫາສະໝຸດຂອງ ສປຊ

ກອງປະຊຸມຄັ້ງທີ 33 ບັນດາປະເທດສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ຈັດຂຶ້ນໃນລະຫວ່າງວັນທີ 12 – 16 ມິຖຸນາ ທີ່ສຳນັກງານ ສປຊ ຢູ່ນິວຢອກ, ປະເທດ ອາເມລິກາ.

        ກອງປະຊຸມໄດ້ພິຈາລະນາບົດລາຍງານປະຈຳປີຂອງ ເລຂາທິການໃຫຍ່ ສປຊ ທີ່ມີຊື່ວ່າ “ບັນດາມາຫາສະໝຸດ ແລະ ກົດໝາຍທະເລ”, ຮຽກຮ້ອງ “ບັນດາຄວາມມະນາພະຍາຍາມດ່ວນ” ເພື່ອຮັບມືກັບບັນດາສິ່ງທ້າທາຍຕໍ່ບັນດາປະເທດພວມພັດທະນາ, ໃນນັ້ນມີການສ້າງກຳລັງຄວາມສາມາດ, ການພັດທະນາພື້ນຖານເສດຖະກິດທະເລແບບຍືນຍົງ ແລະ ມາດຕະການການເງິນນະວັດຕະກຳ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ UNCLOS 1982  ສວມບົດບາດແມ່ນພື້ນຖານໃຫ້ແກ່ການຮ່ວມມື ແລະ ການກະທຳຂອງປະເທດຊາດ, ພາກພື້ນ ແລະ ທົ່ວໂລກບົນທະເລ. ຫວຽດນາມ ສືບຕໍ່ຢັ້ງຢືນຄຳໝັ້ນສັນຍາສຳລັບສົນທິສັນຍາ ແລະ ການຮັກສາສັງລວມ, ຮອບດ້ານ ແລະ ປະຕິບັດສົນທິສັນຍາຢ່າງຄົບຖ້ວນ. ໂດຍກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢ້ຳຄືນທັດສະນະຂອງ ຫວຽດນາມ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ໂດຍມີຄວາມວິຕົກກັງວົນກ່ຽວກັບການຜັນແປມໍ່ໆມານີ້ຢູ່ທະເລຕາເວັນອອກ ອາດຈະຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ, ທ່ານເອກອັກຄະລັດຖະທູດ ຢັ້ງຢືນການເຄົາລົບອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດສານຂອງບັນດາປະເທດແຄມທະເລໃນເຂດທະເລໄດ້ສ້າງຕັ້ງຕາມສົນທິສັນຍາ ແມ່ນເງື່ອນໄຂຕັດສິນຊີ້ຂາດ ໃຫ້ແກ່ການຮັກສາ ແລະ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ