ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເປີດປະຕູໃຫ້ສະຫະພັນລັດເຊຍ ສຳພັດກັບ ອາຊຽນ

(VOVWORLD) -ເວທີປາໄສນີ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການເຕື້ອງເຖິງຢ່າງຕັ້ງໜ້າທີ່ສຸດທີ່, ໃນນັ້ນມີ ຫວຽດນາມ.
ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເປີດປະຕູໃຫ້ສະຫະພັນລັດເຊຍ ສຳພັດກັບ ອາຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ເວທີປາໄສເສດຖະກິດທິດຕາເວັນອອກຄັ້ງທີ 7
(ພາບປະກອບ: TTXVN)

        ຢູ່ນອກເວທີປາໄສເສດຖະກິດທິດຕາເວັນອອກຄັ້ງທີ 7 (EEF 2022), ເມື່ອແບ່ງປັນກັບວົງການນັກຂ່າວ, ທ່ານ Evgeny Vlasov, ຮອງອະທິການບໍດີຜູ້ຮັບຜິດຊອບການພົວພັນສາກົນຂອງມະຫາວິທະຍາໄລສັງລວມສະຫະພັນຕາເວັນອອກໄກ (FEFU), ໃຫ້ຮູ້ວ່າ ເວທີປາໄສນີ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການເຕື້ອງເຖິງຢ່າງຕັ້ງໜ້າທີ່ສຸດທີ່, ໃນນັ້ນມີ ຫວຽດນາມ. ທ່ານຖືວ່າ ບົດບາດຂອງ ຫວຽດນາມ ໃນປະຈຸບັນ ຍິ່ງມີຄວາມສຳຄັນສຳລັບສະຫະພັນ ລັດເຊຍ ແລະ “ການພົວພັນຮ່ວມມື 2 ຝ່າຍກັບ ຫວຽດນາມ ອາດໄດ້ຮັບຖືວ່າແມ່ນປະຕູພາໄປເຖິງ ອາຊຽນ ເພື່ອຮ່ວມມືກັບທຸກຄູ່ຮ່ວມມື”. ເຕື້ອງເຖິງນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ລັດເຊຍ ກໍຄືແງ່ຫວັງຂອງນະໂຍບາຍດັ່ງກ່າວ, ທ່ານ Vlasov ຖືວ່າ ເຂດຕາເວັນອອກໄກຂອງ ລັດເຊຍ ຍາມໃດກໍ່ເປີດປະຕູກັບທິດຕາເວັນອອກ, ລະອຽດແມ່ນບັນດາປະເທດ ອາຊີ ແລະ ພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ