ຫວຽດນາມ ມຸງໄປສູ່ການສົ່ງອອກຢ່າງໝັ້ນຄົງ

ຫວຽດນາມ ມຸງໄປສູ່ການສົ່ງອອກຢ່າງໝັ້ນຄົງ - ảnh 1
(ພາບປະກອບ)
(vovworld) – “ຊຸກຍູ້ການ​ພັດທະນາ​ການ​ສົ່ງ​ອອກ​ຢ່າງ​ໝັ້ນຄົງ​” ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ການ​ສົ່ງ​ອອກ​ປີ 2013 ​ໃນ​ຂອບ​ເຂດ​ງານ​ຕະຫລາດນັດ​ການ​ຄ້າ​ສາກົນ​ຫວຽດນາມ ຄັ້ງ​ທີ 23 (VIETNAM EXPO 2013) ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 11/04, ຢູ່​ຮ່າ​ໂນ​້ຍ.

ຕາມ​ກົມ​ຂ້າ​ອອກ​ຂ້າ​ເຂົ້າ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ແລ້ວ, ​ໃນ 3 ​ເດືອນ​ຕົ້ນ​ປີ 2013, ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ຂອງ​ຫວຽດນາມ ສືບ​ຕໍ່​ບັນລຸ​ໄດ້​ໝາກຜົນ​ທີ່​ໜ້າ​ຊື່ນຊົມ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນລຸ​ເກືອບ 30 ຕື້ນ USD, ​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​ກັບ​ໄລຍະ​ກ່ຽວ​ກັນຂອງ​ປີ 2012. ​ແຕ່​ເລື່ອງ​ສົ່ງ​ອອກ​ຂອງ​ຫວຽດນາມ ຢັງ​ບໍ່​ທັນ​ໝັ້ນຄົງ, ຂອບ​ຂະໜາດ​ການ​ສົ່ງ​ອອກ​ຍັງ​ໜ້ອຍ​ຢູ່, ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ນຊ້ອນ. ທ່ານ ​ໂດ້ທັງ​ຫາຍ, ຫົວ​ໜ້າ​ກົມ​ສົ່ງ​ເສີມການ​ຄ້າ, ກະຊວງ​ອຸດສາຫະກຳ​ການ​ຄ້າ, ຖື​ວ່າ.

“ດ້ວຍ​ພື້ນຖານ​​ເສດຖະກິດ​ທີ່​ເຊື່ອມ​ໂຫຍ​ງຢ່າງ​ເລີກ​ເຊິ່ງກວ້າງຂວາງຄື​ຫວຽດນາມ, ການ​ພັດທະນາ​ການ​ສົ່ງ​ອອກ​ຢ່າງ​ໝັ້ນຄົງ​ ​ແມ່ນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ປະຈຸ​ບັນ. ພັດທະນາ​ການ​ສົ່ງ​ອອກ​ຢ່າງ​ໝັ້ນຄົງ​​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ມີ​ມາດ​ຕະການ​ເປັນ​ພື້ນຖານ​ກ່ຽວ​ກັບ​ການ​ຜະລິດ, ຫັນ​ປ່ຽນໂຄງ​ປະກອບ​ເສດຖະກິດ, ​ໃນ​ນັ້ນ​ເອົາ​ໃຈ​​ໃສ່​​ເປັນ​ພິ​ເສດເຖິງ​ກາ​ນຍົກ​ສູງ​ສະມັດ​ຕະພາບ, ຄຸນະພາບ, ມູນ​ຄ່າ​ຜະລິດ​ຕະພັນ​ສົ່ງ​ອອກ, ມີ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ, ​ເໝາະ​ສົມ​ເພື່ອ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ສຳຮອງ, ພັດທະນາເຂດ​ວັດຖຸ​ດິບ​ຕິດ​ພັນກັບ​ການ​ຜະລິດ, ປຸງ​​ແຕ່ງ ​ແລະ ສົ່ງອອກ, ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການປະຢັດຊັບພະຍາກອນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ”.

ຂ່າວ/ບົດ​ອື່ນ