ຫວຽດ​ນາມ​ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ສົ່ງ​ອອກ​ທາງ​ອອນ​ໄລ

(VOVWORLD) - ດ້ວຍລະດັບການເຕີບໂຕ 20%/ປີ, ຫວຽດນາມ ໄດ້ຈັດເຂົ້າໃນກຸ່ມ 5 ປະເທດມີລະດັບການເຕີບໂຕການຄ້າເອເລກໂຕນິກອັນດັບໜຶ່ງໃນໂລກ. ພິເສດ ມນປີ 2022, ມູນຄ່າການສົ່ງອອກໃນບັນດາພື້ນຖານການຄ້າເອເລກໂຕນິກສາກົນໄດ້ເພີ່ມຂຶ້ນແຮງ.

   ຕາມບົດລາຍງານຂອງ Amazon Global Selling ແລ້ວ, ໃນປີ 2022, ຈຳນວນວິສາຫະກິດ ຫວຽດນາມ ເຂົ້າຮ່ວມການຂາຍເຄື່ອງໃນພື້ນຖານການແລກປ່ຽນທາງອອນໄລ Amazon ໄດ້ເພີ່ມຂຶ້ນ 80% ເມື່ອທຽບກັບໄລຍະດຽວກັນ; ມີຜະລິດຕະພັນເກືອບ 10 ລ້ານຢ່າງມີເຄື່ອງໝາຍການຄ້າ ຫວຽດນາມ ໄດ້ຂາຍໃນ ພື້ນຖານ Amazon.

  ທ່ານນາງ ລ້າຍຫວຽດແອັງ ຮອງຫົວໜ້າກົມການຄ້າເອເລກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

    ກົມການຄ້າເອເລກໂຕນິກ ແລະ ເສດຖະກິດດີຈີຕອນ ໄດ້ມີຫຼາຍໂຄງການສົມທົບກັບບັນດາພື້ນຖານການຄ້າເອເລກໂຕນິກຂ້າມຊາຍແດນ ເພື່ອແນໃສ່ໜູນຊ່ວຍວິສາຫະກິດ ຫວຽດນາມ ຍົກສູງກຳລັງຄວາມສາມາດ ໝູນໃຊ້ການຄ້າເອເລກໂຕນິກຂ້າມຊາຍແດນ, ປະກອບທັກສະຂາຍເຄື່ອງທີ່ບັນລຸປະສິດທິຜົນ ໃນພື້ນຖານການຄ້າເອເລກໂຕນິກທົ່ວໂລກ ແລະ ຜ່ານນັ້ນ ນຳຜະລິດຕະພັນຂອງຕົນ ສຳຜັດກັບບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ