ຫວຽດ​ນາມ ມີ​ບັນ​ດາເງື່ອນ​ໄຂ​ສະ​ດວກ ​ເຊິ່ງຫຼາຍ​ນັກ​ລົງ​ທຶນ​ປາດ​ຖະ​ໜາ

(VOVWORLD) -      ຫວຽດນາມ ມີບັນດາເງື່ອນໄຂສະດວກ ເຊິ່ງຫຼາຍນັກລົງທຶນປາດຖະໜາ ແລະ ບັນດາວິສາຫະກິດ ອິນໂດເນເຊຍ ພວມມີບັນດາວິສາຫະກິດ ອິນໂດເນເຊຍ ພວມຝັກໄຝ່ຫຼາຍໂຄງການລົງທຶນໃໝ່ຢູ່ ຫວຽດນາມ. 
ຫວຽດ​ນາມ ມີ​ບັນ​ດາເງື່ອນ​ໄຂ​ສະ​ດວກ ​ເຊິ່ງຫຼາຍ​ນັກ​ລົງ​ທຶນ​ປາດ​ຖະ​ໜາ - ảnh 1ທ່ານປະທານກຸ່ມບໍລິສັດCiputra, Budiarsa Sastrawinata (ພາບ: VOV)

 ນີ້ແມ່ນຄຳແບ່ງປັນຂອງທ່ານປະທານກຸ່ມບໍລິສັດ Ciputra, Budiarsa Sastrawinata, ພາຍຫຼັງເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ອິນໂດເນເຊຍ ຢູ່ນະຄອນຫຼວງ ຈາກາຕາ ໃນຕອນບ່າຍວັນທີ 5 ສິງຫາ.

        ທ່ານປະທານກຸ່ມບໍລິສັດ Ciputra ຊົມເຊີຍສານຂອງທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ຝາກເຖິງປະຊາຄົມວິສາຫະກິດ ອິນໂດເນເຊຍ, ອັນໄດ້ນຳມເຊິ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມປະເອີບໃຈໃຫ້ແກ່ບັນດານັກລົງທຶນ.

        ຕີລາຄາກ່ຽວກັບກາລະໂອກາດ ແລະ ການຮ່ວມມືລົງທຶນກັບ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານ Budiarsa Sastrawinata ໃຫ້ຮູ້ວ່າ ຫວຽດນາມ ມີຫຼາຍກຳລັງບົ່ມຊ້ອນສຳລັບນັກລົງທຶນ. ປັດຈຸບັນ, Ciputra ກໍພວມພິຈາລະນາບັນດາໂຄງການຮ່ວມມືລົງທຶນໃໝ່ຢູ່ ຫວຽດນາມ.

ຟ້າມຮ່າ - ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ຈາກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ