ຫວຽດນາມ ມີບາດກ້າວເດີນທີ່ຍາວໄກ ໃນຂົງເຂດສ້າງຄວາມສະເໝີພາບລະຫວ່າງ ຍິງ - ຊາຍ

(VOVWORLD) -ໃນປີ 2019, ຫວຽດນາມ ຈະຜັນຂະຫຍາຍບັນດາກຸ່ມມາດຕະການທີ່ກ່ຽວຂ້ອງເຖິງແມ່ຍິງຢ່າງຄົບຊຸດ.

        ກອງປະຊຸມຄັ້ງທີ 63 ຂອງ ຄະນະກໍາມະການຖານະແມ່ຍິງຂອງ ສປຊ ທີ່ພວມດໍາເນີນໄປຢູ່ນະຄອນ ນິວຢອກ ຂອງ ອາເມລິກາ ນັບແຕ່ວັນທີ 11 – 22 ມີນາ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 100 ທ່ານ ເຊິ່ງເປັນຮອງປະທານາທິບໍດີ, ຮອງນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີໃນທົ່ວໂລກ. ທ່ານ ດ່າວງັອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໄສປະກອບຄໍາເຫັນທີ່ກອງປະຊຸມ.

ຫວຽດນາມ ມີບາດກ້າວເດີນທີ່ຍາວໄກ ໃນຂົງເຂດສ້າງຄວາມສະເໝີພາບລະຫວ່າງ ຍິງ - ຊາຍ  - ảnh 1 (ພາບປະກອບ: TTXVN)

        ກອງປະຊຸມຄັ້ງນີ້ ຈະພິຈາລະນາ ໃນການຊຸກຍູ້ບັນດາເປ້ົາໝາຍສະຫັດສະວັດ ເຊິ່ງລວມມີ 3 ບັນຫາໃຫຍ່ຄື: ຊຸກຍູ້ການຮັບປະກັນຊີວິດສັງຄົມສໍາລັບແມ່ຍິງ; ສ້າງລະບົບພື້ນຖານໂຄງລ່າງໃຫ້ສົມບູນແບບ ເພື່ອໃຫ້ແມ່ຍິງໄດ້ຊົມໃຊ້ບັນດານະໂຍບາຍຮັບປະກັນຊີວິດສັງຄົມຢ່າງຮອບດ້ານ ແລະ ຊຸກຍູ້ການມອບສິດໃຫ້ແມ່ຍິງຜ່ານບັນດານະໂຍບາຍ ແລະ  ມາດຕະການແກ້ໄຂ.

        ເມື່ອແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ນອກກອງປະຊຸມ, ທ່ານ ດ່າວງອກຢຸງ ຊີ້ແຈ້ງວ່າ ດ້ວຍຫົວຂໍ້ທີ່ວ່າ “ປີປອດໄພສໍາລັບແມ່ຍິງ ແລະ ເດັກນ້ອຍ”, ໃນປີ 2019, ຫວຽດນາມ ຈະຜັນຂະຫຍາຍບັນດາກຸ່ມມາດຕະການທີ່ກ່ຽວຂ້ອງເຖິງແມ່ຍິງຢ່າງຄົບຊຸດ. ໃນນັ້ນ, ມີບັນດາມາດຕະການຄື:  ສຸມໃສ່ເປົ້າໝາຍພັດທະນາແບບຍືນຍົງ ແລະ ຮອບດ້ານ, ດ້ວຍຈຸດສຸມແມ່ນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນເວົ້າລວມ ແລະ ພິເສດແມ່ນ ແມ່ຍິງຊົນເຜົ່າສ່ວນໜ້ອຍມີການຢ່າງພັດທະນາຮອບດ້ານກວ່າ; ພັດທະນາລະບົບການຮັບປະກັນຊີວິດສັງຄົມ; ຊຸກຍູ້ເພື່ອຮັບປະກັນໃຫ້ແມ່່ຍິງທຸກຄົນໄດ້ຊົມໃຂ້ສິດຮັບປະກັນຂີິວິດສັງຄົມ ແລະ ບັນດານະໂຍບາຍໜູນຊ່ວຍສັງຄົມ; ສົ່ງເສີມແມ່ຍິງເປັນເຈົ້າການບືນຕົວຂຶ້ນເປັນເຈົ້າຕົນເອງ, ກ້າຕໍ່ສູ້ກັບສິ່ງທີ່ຜິດພາດ; ພ້ອມທັງສ້າງລະບົບກົດໝາຍໃຫ້ສົມບູນແບບ ເພື່ອແກ້ໄຂບັນດາກໍລະນີທີ່ລະເມີດກົດໝາຍທັງໝົດຢ່າງເຂັ້ມງວດ ໃນນັ້ນມີ ບັນຫາທາລຸນແມ່ຍິງ; ບັນຫາການຄ້າມະນຸດ ເພື່ອນໍາໃຊ້ແມ່ຍິງຢ່າງຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ