ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 2.010 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ

(VOVWORLD) -ນັບແຕ່ເມື່ອເລີ່ມຕົ້ນການແຜ່ລະບາດ, ຫວຽດນາມມີຜູ້ຕິດເຊື້ອຫຼາຍກວ່າ 11,3 ລ້ານຄົນ, ຢືນອັນດັບ 12/227 ປະເທດ ແລະ ເຂດແຄ້ວນ
ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 2.010 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ - ảnh 1ພາບປະກອບ

      ໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 2.010 ຄົນ, ຫຼຸດລົງ  ກວ່າ300ຄົນເມື່ອທຽບໃສ່ວັນທີ 9 ສິງຫາ. ໃນມື້ດຽວກັນ, ມີຄົນເຈັບເກືອບ 5.300 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ 1 ຄົນເສຍຊີວິດຢູ່ແຂວງ ໄຕນິງ.

ນັບແຕ່ເມື່ອເລີ່ມຕົ້ນການແຜ່ລະບາດ, ຫວຽດນາມມີຜູ້ຕິດເຊື້ອຫຼາຍກວ່າ 11,3 ລ້ານຄົນ, ຢືນອັນດັບ 12/227 ປະເທດ ແລະ ເຂດແຄ້ວນ

      ມາຮອດປະຈຸບັນ, ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຢູ່ຫວຽດນາມ ມີຫຼາຍກວ່າ 43.000 ຄົນ, ກວມ 0,4% ຂອງຈຳນວນຜູ້ຕິດເຊື້ອທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ