ຫວຽດ​ນາມ ມີ​ລະ​ບົບ​ຄຸ້ມ​ຄອງ​ການ​ສຶກ​ສາ​ IMS ທຳ​ອິດ ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ

(VOVWORLD) - ວັນທີ 22 ກຸມພາ, ຜູ້ຕາງໜ້າຂອງອົງການຢັ້ງຢືນສາກົນ FrenchCert  - ລາຊະອານາຈັກ ອັງກິດ ໄດ້ປະກາດແຜນການຄຸ້ມຄອງຄຸນນະພາບ IMS ຂອງພະແນກສຶກສາ ແລະ ກໍ່ສ້າງແຂວງ ເຊີນລາ ຂອງ ຫວຽດນາມ ບັນລຸມາດຕະຖານສາກົນ ISO 9001:2015 ແລະ ISO 21001:2018. 

ນີ້ແມ່ນຫົວໜ່ວຍສຶກສາທຳອິດຂອງ ຫວຽດນາມ ທີ່ໄດ້ຮັບການຮັບຮູ້ຈາກສາກົນ ເມື່ອໝູນໃຊ້ ແລະ ເຄື່ອນໄຫວຕາມລະບົບນີ້.

ຫວຽດ​ນາມ ມີ​ລະ​ບົບ​ຄຸ້ມ​ຄອງ​ການ​ສຶກ​ສາ​ IMS ທຳ​ອິດ ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ - ảnh 1ພິທີປະກາດແຜນການຄຸ້ມຄອງຄຸນນະພາບ IMS ຂອງພະແນກສຶກສາ ແລະ ກໍ່ສ້າງແຂວງ ເຊີນລາ (ພາບ: nhandan.vn)

     ການກໍ່ສ້າງ ແລະ ໝູນໃຊ້ລະບົບຄຸ້ມຄອງຄຸນນະພາບ IMS ແມ່ນບາດກ້າວກະໂດດຂັ້ນກ່ຽວກັບຂັ້ນຕອນຄຸ້ມຄອງຄຸນນະພາບການສຶກສາ. ລະບົບດັ່ງກ່າວໄດ້ຊ່ວຍໃຫ້ວຽກງານກຳນົດທິດພັດທະນາຄຸນນະພາບການສຶກສາຢ່າງຮອບດ້ານ, ຮັບປະກັນການເຂົ້າເຖິງຢ່າງສະເໝີພາບ ແລະ ຊຸກຍູ້ໂອກາດຮຽນຮູ້ຕະຫຼອດຊີວິດສຳລັບນັກຮຽນ. ບັນດາການເຄື່ອນໄຫວຄຸ້ມຄອງຄຸນນະພາບນີ້ ໄດ້ຮັບການກຳນົດທິດຢ່າງຈະແຈ້ງ ດ້ວຍລະບຽບການ, ຂັ້ນຕອນ ແລະ ການກະທຳລະອຽດ.

ທົ່ວທະວີບ ອາຊີ ມີທັງໝົດ 27 ຫົວໜ່ວຍໄດ້ຮັບການຢັ້ງຢືນລະບົບດັ່ງກ່າວ, ໃນນັ້ນ ຫວຽດນາມ ມີ 1 ຫົວໜ່ວຍ, ນັ້ນແມ່ນພະແນກສຶກສາ ແລະ ກໍ່ສ້າງແຂວງ ເຊີນລາ.


ຕອບກັບ

ຂ່າວ/ບົດ​ອື່ນ