ຫວຽດນາມ ມອບ “ ຫຼຽນໄຊມິດຕະພາບ ” ໃຫ້ທ່ານປະທານ ກຳມາທິການສາມັກຄີ ຫວຽດນາມ-ອິນເດຍ ລັດ Bengal ຕາເວັນຕົກ

ຫວຽດນາມ ມອບ “ ຫຼຽນໄຊມິດຕະພາບ ” ໃຫ້ທ່ານປະທານ ກຳມາທິການສາມັກຄີ ຫວຽດນາມ-ອິນເດຍ ລັດ Bengal ຕາເວັນຕົກ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ອິນ​ເດຍ ​​ໂຕນ​ຊີງ​ແທ່ງ ​
​ມອບ ຫຼຽນ​ໄຊ​ມິດຕະພາບປະທານ​ກຳມາ​ທິການ​ສາມັກຄີ ອິນ​ເດຍ-ຫວຽດນາມ

(ພາບ: baomoi.com)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 27/1 ທີ່​ນະຄອນ Kolkata, ລັດ Bengal ຕາ​ເວັນ​ຕົກ, ອິນ​ເດຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ອິນ​ເດຍ ​​ໂຕນ​ຊີງ​ແທ່ງ ​ໄດ້​ມອບ “ ຫຼຽນ​ໄຊ​ມິດຕະພາບ ” ​​ໃຫ້​ທ່ານ​ປະທານ​ກຳມາ​ທິການ​ສາມັກຄີ ອິນ​ເດຍ-ຫວຽດນາມ ລັດ Bengal ຕາ​ເວັນ​ຕົກ Geetesh Sharma . ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ໂຕນ​ຊີງ​ແທ່ງ ຕີ​ລາຄາ​ສູງຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ Sharma ​ໃນ​ເລື່ອງ​ຊຸກຍູ້ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທຸກ​ດ້ານ​ລະຫວ່າງ ອິນ​ເດຍ-ຫວຽດນາມ; ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ທ່ານກໍ່​ຄືຄະນະ​ກຳມະການ​ສາມັກຄີ ອິນ​ເດຍ-ຫວຽດນາມ ລັດ Bengal ຕາ​ເວັນ​ຕົກ ​ແລະ ປະຊາຊົນ 2 ປະ​ເທດ​ຈະ​ສືບ​ຕໍ່​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ທີ່​ເປັນ​ມູນ​​ເຊື້ອ, ມິດຕະພາບ​ອັນ​ດີງາມ​ລະຫວ່າງ ອິນ​ເດຍ-ຫວຽດ ນາມ ກ່ວາ​ອີກ.

        ​ໃນ​ 40 ປີຜ່ານມາ, ທ່ານ Sharma ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງສະໜັບສະໜູນການ​ຕໍ່ສູ້​ຍາດ​​ເອົາ​ເອກະລາດ, ກໍ່​ຄື​ວິວັດ​ການ​ພັດທະນາ​ປະ​ເທດ​ຂອງ​ປະຊາຊົນ​ຫວຽດນາມ. ທ່ານ Sharma ​ໄດ້​ຂຽນ​ປຶ້ມ​ຫຼາຍ​ຫົວກ່ຽວ​ກັບ​ຫວຽດນາມ ​ແລະ ການ​ພົວພັນ​ອິນ​ເດຍ-ຫວຽດນາມ.

        ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ໂຕນ​ຊີງ​ແທ່ງ ​ໄດ້​ປຸກລະດົມ ​ແລະ ຮຽກຮ້ອງ​ໃຫ້​ປະຊາຊົນ​ທຸກຊັ້ນວັນນະ ອິນ​ເດຍ ​ເຂົ້າ​ຮ່ວມ​ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ຫວຽດນາມ ​ແລະ ທ່ານ​ປະທານ​ໂຮ່ຈິ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 125 ​ແຫ່ງ​ວັນ​ຄ້າຍ​ວັນເກີດ​ຂອງ​​ເພິ່ນ (19/5/1890-19/5/2015).

ຂ່າວ/ບົດ​ອື່ນ