ຫວຽດ​ນາມ ຢັ້ງ​ຢືນບົດ​ບາດ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຈີນ ໃນ ອາ​ຊຽນ

(VOVWORLD) -ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ຈີນ ບັນລຸກ່ວາ 111 ຕື້ USD.
ຫວຽດ​ນາມ ຢັ້ງ​ຢືນບົດ​ບາດ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຈີນ ໃນ ອາ​ຊຽນ - ảnh 1 ລົດຕູ້  container ຂົນສົ່ງໝາກມັງກອນ ສົ່ງອອກໄປຍັງ ຈີນ (ພາບ:TTXVN) 

ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກທີ່ແກ່ຍາວຍ້ອນໂລກລະບາດໂຄວິດ-19, ການເຄື່ອນໄຫວການຄ້າລະຫວ່າງ ຫວຽດນາມ ແລະ ຈີນ ແຕ່ຕົ້ນປີມາຮອດປັດຈຸບັນສືບຕໍ່ບັນລຸໄດ້ບັນດາຜົນຢ່າງຕັ້ງໜ້າ, ຊ່ວຍໃຫ້ ຫວຽດນາມ ຢັ້ງຢືນບົດບາດເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນ ອາຊຽນ. ສະຖິຕິຂອງກົມໃຫຍ່ພາສີ ຈີນ ໃຫ້ຮູ້ວ່າ ໃນ 8 ເດືອນຕົ້ນປີ 2020, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ຈີນ ບັນລຸກ່ວາ 111 ຕື້ USD, ເພີ່ມ 13,4% ເມື່ອທຽບໃສ່ປີກາຍ. ຫວຽດນາມ ຍັງຄົງຮັກສາອັນດັບເປັນຄູ່ຮ່ວມມືໃຫຍ່ທີ 7 ໃນໂລກຂອງ ຈີນ, ລື່ນກາຍ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ