ຫວຽດນາມ ຢືນຢັນບັນດາຄວາມກ້າວໜ້າໃນການຊຸກຍູ້ ແລະ ປົກປ້ອງ ສິດທິມະນຸດ

ຫວຽດນາມ ຢືນຢັນບັນດາຄວາມກ້າວໜ້າໃນການຊຸກຍູ້ ແລະ ປົກປ້ອງ ສິດທິມະນຸດ - ảnh 1
(ພາບປະກອບ)


(vovworld) - ວັນ​ທີ 19/3, ທີ່​ກອງ​ປະຊຸມ​ຄັ້ງ​ທີ 25, ສະພາ​ສິດທິ​ມະນຸດ ສປຊ ດຳ​ເນີນ​ວາລະ​ເຈລະຈາ​ກັບ​ບັນດາ​ຜູ້​ຊ່ຽວຊານ​ເອກະລາດ ກ່ຽວ​ກັບ​ ​ບັນຫາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ວາລະ​ປຶກສາ​ຫາລື​ປະຈຳ​ປີ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິການ. ​ໃນ​ບົດ​ປາ​ໄສ​ຂອງ​ຕົນ​ຜູ້​ຕາງ​ໜ້າ​ຫວຽດນາມ ​ໄດ້​ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ເອົາ​ໃຈ​ໃສ່, ຮັກສາ ​ແລະ ຊຸກຍູ້​ສິດຜົນປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ປະຊາ​ຄົມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ກ່ຽວ​ກັບ​ຊີວິດ​ທຸກ​ດ້ານ ບົນ​ຫຼັກການ​ສະ​ເໝີ​ພາບ, ສາມັກຄີ, ພ້ອມ​ກັນ​ກ້າວໜ້າ. ທີ່​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິການ, ຜູ້ຕາງໜ້າ​ຫວຽດນາມ ​ກໍ່​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ຫວຽດນາມ​ ກໍ່​ເອົາ​ໃຈ​ໃສ່ ​ແລະ ມານະ​ພະຍາຍາມ​ເພື່ອ​ໜູນ​ຊ່ວຍ​ຄົນ​ພິການ, ສ້າງ​ເງື່ອນ​ໄຂ​ໃຫ້​ເຂົາ​ເຈົ້າ​ໄດ້​ຊົມ​ໃຊ້​ບັນດາ​ສິດ​ທິມະນຸດ​ໃຫ້​ນັບ​ມື້​ນັບ​ດີກ​ວ່າ, ​ໃນ​ນັ້ນ​ມີ​ສິດ​ກ່ຽວ​ກັບ​ການ​ສຶກສາ. ຜູ້ຕາງໜ້າ​ຫວຽດນາມ ກໍ່​ຢືນຢັນ​ຄືນ​ໃໝ່​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ​ ກ່ຽວ​ກັບ​ການ​ໜູນ​ຊ່ວຍ, ຊຸກຍູ້​ການ​ປົກ​ປ້ອງ​ສິດ​ຂອງ​ຄົນ​ພິການ, ​ໃນ​ນັ້ນ​ມີ​ເລື່ອງ​ເຂົ້າ​ຮ່ວມ​ສົນທິສັນຍາ ສປຊ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິການ, ຜ່ານ​ກົດໝາຍ ​ແລະ ​ແຜນ​ຮ່າງ​ໄລຍະ 2010 – 2020.

ຂ່າວ/ບົດ​ອື່ນ