ຫວຽດນາມ ຢືນອັນດັບທີ 4 ຂອງ Para Games 7

ຫວຽດນາມ ຢືນອັນດັບທີ 4 ຂອງ Para Games 7 - ảnh 1
ຄະນະ​ນັກ​ກິລາ​ຄົນ​ພິການ​ຫວຽດນາມ ຍາດ​ໄດ້ຫຼຽນຄຳ 48 ຫຼຽນ
(ພາບ: TTXVN)


(vovworld) - ທີ່​ພິທີ​ອັດ​ງານ​ມະຫາ​ກຳ​ກິລາ​ຄົນ​ພິການ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 7 (Para Games 7) ດຳ​ເນີນ​​ໃນ​ຕອນ​ຄໍ່າ​ວັນ​ທີ 20/01 ຢູ່​ສະໜາມກິລາ Wunna Theikdi ນະຄອນຫຼວງ Nay Pyi Taw, ປະ​ເທດ​ມຽນມາ. Asean Para Games 7 ອັດ​ລົງ​ດ້ວຍ​ບັນດາ​ເນື້ອ​ໃນ​ແຂ່ງຂັນ​ໃນ​ວັນ​ທີ 19/01. ພາຍຫຼັງ​ການ​ແຂ່ງຂັນ​ເປັນ​ເວລາ 5 ວັນ, ຄະນະ​ນັກ​ກິລາ​ຄົນ​ພິການ​ຫວຽດນາມ ຍາດ​ໄດ້ຫຼຽນຄຳ 48 ຫຼຽນ, ​ລື່ນ​ກາຍ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ແມ່ນ​ຍາດ​ໄດ້​ຫຼຽນ​ຄຳ​ແຕ່ 40 – 45 ຫຼຽນ ​ແລະ ຢືນ​ອັນ​ດັບ​ທີ 4 ​ໃນ​ບັນຊີ​ລາຍ​ຊື່​ຈັດ​ອັນ​ດັບ​ຂອງ​ທົ່ວ​ຄະນະ. 3 ຄະນະ​ກິລານຳ​ໜ້າ​ແມ່ນ ຄະນະ​ກິລາ​ອີນ​ໂດ​ເນ​ເຊຍ (ຍາດ​ໄດ້​ຫຼຽນ​ຄຳ 99 ຫຼຽນ), ​ໄທ (ຍາດ​ໄດ້​ຫຼຽນ​ຄຳ 96 ຫຼຽນ) ​ແລະ ມຽນມາ (ຍາດ​ໄດ້​ຫຼຽນ​ຄຳ 50 ຫຼຽນ).

ຂ່າວ/ບົດ​ອື່ນ