ຫວຽດນາມ ຢືນອັນດັບທີ 4/104 ປະເທດ, ເຂດແຄ້ວນ ຢູ່ Olympic ຄະນິດສາດສາກົນປີ 2022

(VOVWORLD) -ທິມ Olympic ຄະນິດສາດຫວຽດນາມ ຢືນອັບດັບທີ 4/104 ປະເທດ, ເຂດແຄ້ວນເຂົ້າຮ່ວມການເສັງ
ຫວຽດນາມ ຢືນອັນດັບທີ 4/104 ປະເທດ, ເຂດແຄ້ວນ ຢູ່ Olympic ຄະນິດສາດສາກົນປີ 2022 - ảnh 1ນັກຮຽນ 6/6 ຄົນທີ່ເຂົ້າຮ່ວມການເສັງ Olympic ຄະນິດສາດສາກົນ
(ພາບ: TTXVN)

ວັນທີ 15 ກໍລະກົດ, ຕາມແຫຼ່ງຂ່າວຈາກກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລ້ວ, ມີນັກຮຽນ 6/6 ຄົນທີ່ເຂົ້າຮ່ວມການເສັງ Olympic ຄະນິດສາດສາກົນປີ 2022 (IMO 2022)  ທີ່ຈັດຂຶ້ນຢູ່ປະເທດ ນອກແວ ລ້ວນແຕ່ຄວ້າໄດ້ຫຼຽນ, ລວມມີ ຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 2 ຫຼຽນ.

        ດ້ວຍຜົນງານດັ່ງກ່າວ, ທິມ Olympic ຄະນິດສາດຫວຽດນາມ ຢືນອັບດັບທີ 4/104 ປະເທດ, ເຂດແຄ້ວນເຂົ້າຮ່ວມການເສັງ, ຖັດຈາກ ຈີນ, ສ.ເກົາຫຼີ ແລະ ອາເມລິກາ. ເມື່ອທຽບໃສ່ປີ 2021 ທີ່ຈັດການເສັງທາງອອນລາຍ (ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 3 ຫຼຽນ), ຜົນງານຂອງທິມນັກຮຽນ ຫວຽດນາມ ປີ 2022 ໂດດເດັ່ນກວ່າ, ໄດ້ຮັບການຕີລາຄາສູງກວ່າຈາກຄະນະຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ