ຫວຽດ​ນາມ - ລັດ​ເຊຍ​ຖື​​ເປັນ​ສຳ​ຄັນການ​ຮ່ວມ​ມື​ດ້ານນ້ຳ​ມັນ​ອາຍ​ແກັດ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​

(VOVWORLD) -ທ່ານ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ຫວຽດນາມສະໜັບສະໜູນບັນດາວິສາຫະກິດນ້ຳມັນອາຍແກັດລັດເຊຍ ມາເປີດກວ້າງການສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດຢູ່ໄຫຼ່ທະວີບ ຫວຽດນາມໃຫ້ເຫມາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982
ຫວຽດ​ນາມ - ລັດ​ເຊຍ​ຖື​​ເປັນ​ສຳ​ຄັນການ​ຮ່ວມ​ມື​ດ້ານນ້ຳ​ມັນ​ອາຍ​ແກັດ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ - ảnh 1ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Maxim Akimov ຮອງນາຍົກລັດຖະມົນຕີລັດເຊຍເປັນສັນຂີພິຍານ ໃນພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງການກໍ່ສ້າງ ຫວຽດນາມ ແລະ ກະຊວງກໍ່ສ້າງລັດເຊຍ (ພາບ: TTXVN)

ໃນຂອບເຂດເວທີປາໄສເສດຖະກິດທາງທິດຕາເວັນອອກຄັ້ງທີ 5 (VEF - 5) ຢູ່ Vladivostock,ປະເທດລັດເຊຍ, ວັນທີ 5 ກັນຍາ, ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມໄດ້ມີການພົບປະກັບທ່ານ Maxim Akimov ຮອງນາຍົກລັດຖະມົນຕີລັດເຊຍ, ທັງເປັນປະທານອະນຸກຳມະການ ລັດເຊຍໃນຄະນະກຳມະການລະຫວ່າງ ລັດຖະບານກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ ຫວຽດນາມ - ລັດເຊຍ.

        ຮອງນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນຄຳເຫັນກ່ຽວກັບການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດກໍ່ຄືບັນດາລາຍການ, ໂຄງການຮ່ວມມືສອງຝ່າຍ. ສອງຝ່າຍຕີລາຄາການຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ພວມດຳເນີນຢ່າງຕັ້ງໜ້າ ແລະ ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງການ, ທ່ອງຖິ່ນຄວນມີມາດຕະການຢ່າງມີປະສິດທິຜົນເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງສອງຝ່າຍ.

ສອງຝ່າຍຖືວ່າ ການຮ່ວມມືດ້ານນ້ຳມັນອາຍແກັດມີຄວາມໝາຍຍຸດທະສາດຕໍ່ການພົວພັນ ຫວຽດນາມ - ລັດເຊຍ. ທ່ານ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ຫວຽດນາມສະໜັບສະໜູນບັນດາວິສາຫະກິດນ້ຳມັນອາຍແກັດລັດເຊຍ ມາເປີດກວ້າງການສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດຢູ່ໄຫຼ່ທະວີບ ຫວຽດນາມໃຫ້ເຫມາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ສະເໜີໃຫ້ລັດຖະບານລັດເຊຍສ້າງເງື່ອນໄຂເພື່ອໃຫ້ບັນດາບໍລິສັດຮ່ວມທຸລະກິດ ຫວຽດນາມ ເຂົ້າຮ່ວມບັນດາບໍ່ແຮ່ໃໝ່ຢູ່ລັດເຊຍ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາໂຄງການໃນປັດຈຸບັນ.

ວັນເທື່ອງ, ແອັງຕູ, ນັກຂ່າວ VOV

ຕອບກັບ

ຂ່າວ/ບົດ​ອື່ນ