ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືທາງດ້ານຫຼັກຊັບ ແລະ ສື່ມວນຊົນ

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືທາງດ້ານຫຼັກຊັບ ແລະ ສື່ມວນຊົນ - ảnh 1
ຜູ້ຕາງໜ້າ​ພະ​ແນ​ກຕິດ​ຕໍ່ພົວພັນ​​ຫຼັກ​ຊັບ ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈີ​ມິນ ​​ແລະ ວຽງ​ຈັນ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU)
(ພາບ: tapchicongsan.org.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 10/5, ຢູ່​ນະຄອນຫຼວງ ວຽງ​ຈັນ, ຜູ້ຕາງໜ້າ​ພະ​ແນ​ກຕິດ​ຕໍ່ພົວພັນ​​ຫຼັກ​ຊັບ ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈີ​ມິນ ​​ແລະ ວຽງ​ຈັນ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ດັ່ງກ່າວແລ້ວ, ຜູ້ຕາງໜ້າ​ຂອງ 3 ພະ​ແນ​ກຕິດ​ຕໍ່ພົວພັນ​ຫຼັກ​ຊັບ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຫຼາຍ​ຂົງ​ເຂດ​ຄື: ​ແບ່​ງປັນຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ການ​ຕິດ​ຕໍ່ພົວພັນ​, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ. ​ເອກະສານ​ຮ່ວມ​ມື​ນີ້​ເປັນ​ຂີດ​ໝາຍ​ບາດກ້າວ​ສຳຄັນ​ໃນ​ການ​ພັດທະນາ​ການ​ຮ່ວມມື​ຂະ​ແໜງ​ບໍລິການ​ກາ​ນ​ເງິນ​ຫຼັກ​ຊັບ​ລະຫວ່າງ 2 ປະ​ເທ​ດ ລາວ ​ແລະ ຫວຽດນາມ.

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 10/5, ຢູ່​ນະຄອນຫຼວງ ວຽງ​ຈັນ, ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ ຫວຽດນາມ, ສະ​ຖາ​ບັນ​ຖະ​ແຫຼ​ງຂ່າວ​ວັດທະນະທຳ ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ອັດ​ຊຸດ​ຝຶກ​ອົບ​ຮົບ​ຄວາມ​ສາມາດ​ຂຽນ​ບົດກ່ຽວ​ກັບ “​ແບບຢ່າງ​ວຽກ​ດີ​ຄົນ​ເດັ່ນ”. ນີ້​ແມ່ນ​ຊຸດ​ຝຶກ​ອົບ​ຮົມ​ສຳລັບ​ນັກ​ຂ່າວ​ ລາວ ​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ຂຽນ​ບົດ​ໜັງສືພິມ​ໃນ​ໂຄງການ​ຮ່ວມ​ມື​ບຳລຸ​ງສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ລະຫວ່າງ 2 ກະຊວງ.

 

 

 

ຂ່າວ/ບົດ​ອື່ນ