ຫວຽດ​ນາມ - ລາວ ມຸ່ງ​ເຖິງ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບເຕີບ​ໂຕ​ດ້ານ​ການ​ຄ້າແມ່ນ 10 ຕື້ USD

(VOVWORLD) - ສອງປະເທດຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ; ສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ, ຮັບປະກັນຄວາມຄືບໜ້າ; ຊຸກຍູ້ບັນດາໂຄງການເຊື່ອມຕໍ່, ໂດຍສະເພາະແມ່ນໃນຂົງເຂດຄົມມະນາຄົມ, ພະລັງງານ, ສູ້ຊົນບັນລຸລະດັບການເຕີບໂຕດ້ານການຄ້າໃຫ້ໄດ້ 5 ຕື້ USD, ມຸ່ງໄປເຖິງເປົ້າໝາຍບັນລຸ 10 ຕື້ USD ໃນຊຸມປີຈະມາເຖິງ.
ຫວຽດ​ນາມ - ລາວ ມຸ່ງ​ເຖິງ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບເຕີບ​ໂຕ​ດ້ານ​ການ​ຄ້າແມ່ນ 10 ຕື້ USD - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນສັກຂີພິຍານພິທີລົງນາມ 

ຕອນບ່າຍວັນທີ 01 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ເມື່ອກ່າວຄຳເຫັນໃນການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສະເໜີໃຫ້ນາຍົກລັດຖະມົນຕີສອງທ່ານ ສືບຕໍ່ຊີ້ນຳບັນດາອົງການຂອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຜັນຂະຫຍາຍຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ; ພ້ອມທັງເນັ້ນໜັກວ່າ ສອງປະເທດຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ; ສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ, ຮັບປະກັນຄວາມຄືບໜ້າ; ຊຸກຍູ້ບັນດາໂຄງການເຊື່ອມຕໍ່, ໂດຍສະເພາະແມ່ນໃນຂົງເຂດຄົມມະນາຄົມ, ພະລັງງານ, ສູ້ຊົນບັນລຸລະດັບການເຕີບໂຕດ້ານການຄ້າໃຫ້ໄດ້ 5 ຕື້ USD, ມຸ່ງໄປເຖິງເປົ້າໝາຍບັນລຸ 10 ຕື້ USD ໃນຊຸມປີຈະມາເຖິງ.

ທ່ານເລຂາທິການໃຫຍ່ກໍສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປົກປ້ອງ ແລະ ປະຕິບັດວຽກງານຊາຍແດນໃຫ້ເປັນຢ່າງດີ. ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດພິເສດໃນການບຳລຸງກໍ່ສ້າງພະນັກງານ, ໂດຍສະເພາະແມ່ນພະນັກງານການນຳຂັ້ນຍຸດທະສາດ, ພະນັກງານຄຸ້ມຄອງຫຼັກແຫຼ່ງທຸກຂັ້ນຂອງລາວ; ສອງຝ່າຍໄດ້ສົມທົບກັນຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ; ຍູ້ແຮງການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ; ໂດຍສະເພາະແມ່ນບັນດາແຂວງຈຸດສຸມກ່ຽວກັບຄວາມໝັ້ນຄົງ, ເສດຖະກິດ ແລະ ບັນດາທ້ອງຖິ່ນຢູ່ເຂດຊາຍແດນຂອງສອງປະເທດ.

ສ່ວນທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢັ້ງຢືນວ່າ ຈະສ້າງເງື່ອນໄຂສະດວກກວ່າໃຫ້ແກ່ບັນດາວິສາຫະກິດທີ່ພວມລົງທຶນຢູ່ລາວ, ພ້ອມທັງເຊື່ອມຕໍ່ ແລະ ປັບປຸງສະພາບແວດລ້ອມການລົງທຶນຢ່າງແທດຈິງ, ສົ່ງເສີມບັນດາກຸ່ມບໍລິສັດໃຫຍ່ຂອງ ຫວຽດນາມ ສືບຕໍ່ເປີດກວ້າງການລົງທຶນຢູ່ລາວ.

ຫວຽດ​ນາມ - ລາວ ມຸ່ງ​ເຖິງ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບເຕີບ​ໂຕ​ດ້ານ​ການ​ຄ້າແມ່ນ 10 ຕື້ USD - ảnh 2ທ່ານເລຂາທິການໃຫຍ່  ໂຕເລິມ  ພົບປະກັບພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ
(ພາບ: TTXVN)

ກ່ອນໜ້ານັ້ນ, ໃນການພົບປະກັບພະນັກງານສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ ສະເໜີໃຫ້ສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ລາວ ສ້າງເງື່ອນໄຂດີທີ່ສຸດເພື່ອຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ; ໜູນຊ່ວຍວິສາຫະກິດ ຫວຽດນາມ ຊອກຮູ້ໂອກາດລົງທຶນ, ດຳເນີນທຸລະກິດຢູ່ ລາວ; ພ້ອມທັງຊ່ວຍເຫຼືອວິສາຫະກິດ ລາວ ເຂົ້າເຖິງຕະຫຼາດ ຫວຽດນາມ; ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວກວ່າອີກ; ສົມທົບກັບປະຊາຄົມຮັກສາບັນດາກິດຈະກຳວັດທະນະທຳ, ການສອນພາສາ ຫວຽດ ໃຫ້ແກ່ຄົນລຸ້ນໜຸ່ມ.

ໃນຕອນຄ່ຳຂອງວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມງານລ້ຽງຕ້ອນຮັບລະດັບຊາດ ໂດຍທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ພ້ອມດ້ວຍພັນລະຍາເປັນປະທານ.

ຕອບກັບ

ຂ່າວ/ບົດ​ອື່ນ