ຫວຽດນາມ ສືບຕໍ່ ກ່າວປະນາມບັນດາການກະທຳຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ

ຫວຽດນາມ ສືບຕໍ່ ກ່າວປະນາມບັນດາການກະທຳຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ - ảnh 1
(ຈີນ ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​
ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ)


(vovworld) –  ວັນ​ທີ 12/06, ສະມາ​ຄົມ​ໃຫຍ່​ທໍລະນີ​ສາດ​ຫວຽດນາມ, ສະມາຄົມ​ຮູບ​ເງົາ​ຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງການ​ຄັດຄ້ານ​​ເລື່ອງຈີນ ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ບັນດາ​ຖະ​ແຫຼງການ​ຊີ້​ແຈ້ງວ່າ, ຈີນ​ ​ໄດ້​ລ່ວງ​ລ້ຳ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ​ອຳນາດ​ສານ​ສຳລັບເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ, ລະ​ເມີດ​ກົດໝາຍ​ສາກົນ, ​ໄປ​ຝືນ​ກັບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ລະຫວ່າງ​ຈີນ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ປີ 2002, ​ໄປ​ຝືນ​ກັບ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ຈີນ, ສົ່ງ​ຜົນ​ທະ​ທ້ອນ​ບໍ່​ດີ​ເຖິງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຈີນ.

        ສະມາ​ຄົມ​ໃຫຍ່​ທໍລະນີ​ສາດ​ຫວຽດນາມ, ສະມາຄົມ​ຮູບ​ເງົາ​ຫວຽດນາມ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ບໍ່​ດຳ​ເນີນບັນດາ​ການ​ກະທຳ​ຄ້າຍ​ຄື​ກັນ​ໃນ​ອະນາຄົດ​​, ​ປະຕິບັດ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ພິ​ເສ​ດ​ແມ​່ນສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ