ຫວຽດ​ນາມ ​ສືບ​ຕໍ່​ຈັດ​ສົ່ງ​ຖ້ຽວ​ບິນ​ນຳ​ພົນ​ລະ​ເມືອງ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ເມືອ ຢ່າງ​ປອດ​ໄພ

(VOVWORLD) -ໃນວັນທີ 02 ສິງຫາ, ມີພົນລະເມືອງຫວຽດນາມ ກວ່າ 230 ຄົນ ຢູ່ ໄທ ກໍໄດ້ຖືກຈັດສົ່ງກັບຄືນເມືອປະເທດຢ່າງປອດໄພຜ່ານຖ້ຽວບິນຂອງບໍລິສັດການບິນ VietJet. 
ຫວຽດ​ນາມ ​ສືບ​ຕໍ່​ຈັດ​ສົ່ງ​ຖ້ຽວ​ບິນ​ນຳ​ພົນ​ລະ​ເມືອງ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ເມືອ ຢ່າງ​ປອດ​ໄພ - ảnh 1 ພົນລະເມືອງຫວຽດນາມຢູ່ຕ່າງປະເທດກັບຄືນເມືອ ຢ່າງປອດໄພ (ພາບ: ກະຊວງການຕ່າງປະເທດ)

ໃນລະຫວ່າງວັນທີ 01 – 02 ສິງຫາ, ສະຖານທູດຫວຽດນາມ ປະຈຳ ຝລັ່ງ ໄດ້ສົມທົບກັບບັນດາອົງການຕາງໜ້າຫວຽດນາມປະຈຳ ເອີຣົບ ແລະ ອາຟະລິກາ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຝລັ່ງ ຈັດຖ້ຽວບິນສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນ ຈາກ 24 ປະເທດ ເອີຣົບ ແລະ ອາຟະລິກາ ກັບຄືນເມືອປະເທດ.

ແລະກໍໃນວັນທີ 01 ສິງຫາ, ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ບໍລິສັດການບິນ VietJet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ສ.ເກົາຫຼີ ຈັດສົ່ງພົນລະເມືອງຫວຽດນາມ 230 ຄົນ ຈາກ ສ.ເກົາຫຼີ ກັບຄືນເມືອປະເທດຢ່າງປອດໄພ.

ແລະ ກໍໃນວັນທີ 02 ສິງຫາ, ມີພົນລະເມືອງຫວຽດນາມ ກວ່າ 230 ຄົນ ຢູ່ ໄທ ກໍໄດ້ຖືກຈັດສົ່ງກັບຄືນເມືອປະເທດຢ່າງປອດໄພຜ່ານຖ້ຽວບິນຂອງບໍລິສັດການບິນ VietJet. ພາຍຫຼັງທີ່ເຮືອບິນເຫຼົ່ານັ້ນໄດ້ລົງຈອດຢູ່ຫວຽດນາມ, ຈຸບິນ ແລະ ຜູ້ໂດຍສານໄດ້ຮັບການກວດສຸຂະພາບ ແລະ ຖືກແຍກຕົວລວມສູນຕາມກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ