ຫວຽດ​ນາມ ສືບ​ຕໍ່​ປ​ະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດທະ​ນາ​ການ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ

(VOVWORLD) -ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກັບເຂດປົກຄອງພິເສດ ຮົ່ງກົງ. ຊຸມປີຜ່ານມາ, ການພົວພັນ ຫວຽດນາມ ແລະ ຮົ່ງກົງ (ຈີນ) ສືບຕໍ່ບັນລຸບັນດາບາດກ້າວພັດທະນາຢ່າງແຮງ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການທ່ອງທ່ຽວ ແມ່ນຈຸດພົ້ນເດັ່ນ
ຫວຽດ​ນາມ ສືບ​ຕໍ່​ປ​ະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດທະ​ນາ​ການ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ  (ພາບ: TTXVN)

       ວັນທີ 9 ມິຖຸນາ, ຢູ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບເນື້ອໃນການໂອ້ລົມສົນທະນາທາງໄກ ລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ກ່ຽວກັບບັນຫາສ້າງແຫຼມເກົາຫຼີປອດນິວເຄຼຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:

        ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ແຫຼມເກົາຫຼີ, ສະໜັບສະໜູນບັນດາຝ່າຍສະແດງໃຫ້ເຫັນເຈດຕະນາດີຊຸກຍູ້ການໂອ້ລົມສົນທະນາ ພ້ອມກັນມານະພະຍາຍາມເພື່ອເປົ້າໝາຍສ້າງແຫຼມເກົາຫຼີປອດນິວເຄຼຍ ແລະ ມີສັນຕິພາບຍາວນານ. ດ້ວຍຈິດໃຈນັ້ນ, ພ້ອມທັງແມ່ນປະເທດທີ່ມີການພົວພັນມິດຕະພາບເປັນມູນເຊື້ອກັບສປປ.ເກົາຫຼີ, ມີການພົວພັນຄູ່ຮ່ວມມືຍຸດທະສາດກັບສ.ເກົາຫຼີ, ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ປະກອບສ່ວນເຂົ້າໃນວິວັດທະນາການຊຸກຍູ້ການເຈລະຈາ, ການຮ່ວມມື ແລະ ໄກ່ເກ່ຍຢູ່ແຫຼມເກົາຫຼີ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໂລກ.

         ແລະກໍ່ໃນການຖະແຫຼງຂ່າວ, ເມື່ອຕອບຄຳຖາມຕີລາຄາແນວໃດກ່ຽວກັບການພົວພັນດ້ານການຄ້າ - ການລົງທຶນລະຫວ່າງ ຫວຽດນາມ ແລະ ຮົ່ງກົງ ໃນໄລຍະຜ່ານມາ ກໍ່ຄືແງ່ຫວັງຮ່ວມມືການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ຮົ່ງກົງ (ຈີນ) ພາຍຫຼັງຄວບຄຸມໄດ້ພະຍາດໂຄວິດ - 19 ແລະ ເປີດປະຕູຄືນໃໝ່, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ, ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກັບເຂດປົກຄອງພິເສດ ຮົ່ງກົງ. ຊຸມປີຜ່ານມາ, ການພົວພັນ ຫວຽດນາມ ແລະ ຮົ່ງກົງ (ຈີນ) ສືບຕໍ່ບັນລຸບັນດາບາດກ້າວພັດທະນາຢ່າງແຮງ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການທ່ອງທ່ຽວ ແມ່ນຈຸດພົ້ນເດັ່ນ. ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນນັ້ນ, ປີ 2021  ການແລກປ່ຽນວົງເງິນການຄ້າ ຫວຽດນາມ - ຮົ່ງກົງຍັງມີການເຕີບໂຕດີ, ບັນລຸໄດ້ 13,6 ຕື້ USD, ເພີ່ມຂຶ້ນ 18%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. 

ຕອບກັບ

ຂ່າວ/ບົດ​ອື່ນ