ຫວຽດ​ນາມ - ສະ​ຖານ​ທີ່​ເພື່ອ​ຄົ້ນ​ຫາ​ທີ່ຄົບ​ຖ້ວນ​ສົມ​ບູນ

(VOVWORLD) -  ວັນທີ 22 ມີນາ, ຢູ່ນະຄອນ ຮະລອງ, ແຂວງ ກວ໋າງນິງ ໄດ້ດຳເນີນກອງປະຊຸມປຸກລະດົມການເປີດການເຄື່ອນໄຫວທ່ອງທ່ຽວຄືນໃໝ່: ຫວຽດນາມ - ສະຖານທີ່ເພື່ອຄົ້ນຫາທີ່ຄົບຖ້ວນສົມບູນ.
ຫວຽດ​ນາມ - ສະ​ຖານ​ທີ່​ເພື່ອ​ຄົ້ນ​ຫາ​ທີ່ຄົບ​ຖ້ວນ​ສົມ​ບູນ - ảnh 1ກອງປະຊຸມປຸກລະດົມການເປີດການເຄື່ອນໄຫວທ່ອງທ່ຽວຄືນໃໝ່: ຫວຽດນາມ - ສະຖານທີ່ເພື່ອຄົ້ນຫາທີ່ຄົບຖ້ວນສົມບູນ

  ທີ່ກອງປະຊຸມ, ທ່ານ ຫງວຽນຈູງແຄ໊ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຖືວ່າ ເລື່ອງເປີດປະຕູການທ່ອງທ່ຽວໃນຈຸດເວລານີ້ ບໍ່ພຽງແຕ່ແມ່ນການຟື້ນຟູພື້ນຖານເສດຖະກິດຄືນໃໝ່ເທົ່ານັ້ນ, ຫາກຍັງມີຄວາມໝາຍເປີດການເຄື່ອນໄຫວແລກປ່ຽນການຄ້າສາກົນ, ຢັ້ງຢືນ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ, ເປັນມິດສະໜິດສະໜົມ ແລະ ດູດດື່ມ…

     ການເຄື່ອນໄຫວທ່ອງທ່ຽວສາກົນ ຕ້ອງປະຕິບັດຕາມຂໍ້ກຳນົດກ່ຽວກັບການເຂົ້າ - ອອກເມືອງ, ສາທາລະນະສຸກ ແລະ ຂໍ້ກຳນົດອື່ນໆທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ປະເທດ, ເຂດແຄວ້ນ, ຜ່ານທາງການບິນ, ທາງບົກ, ທາງທະເລ, ທາງລົດໄຟ ເພື່ອຮັບປະກັນຄວາມປອດໄພ, ສອດຄ່ອງກັບຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

     ໃນກອງປະຊຸມ, ທ່ານ ຮວ່າງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຢັ້ງຢືນວ່າ:

     “ເມື່ອເປີດປະຕູການທ່ອງທ່ຽວຄືນໃໝ່, ຫວຽດນາມ ຈະຕ້ອງປະເຊີນໜ້າກັບການແກ້ງແຍ້ງຢ່າງແຮງລະຫວ່າງບັນດາປະເທດ ແລະ ສະຖານທີ່ທ່ອງທ່ຽວຕ່າງໆໃນທົ່ວໂລກ. ເພາະສະນັ້ນ, ຕ້ອງມີວິທີການປັບປຸງກຳລັງຄວາມສາມາດແກ້ງແຍ້ງ, ຍົກລະດັບຄວາມດຶງດູດຂອງສະຖານທີ່ທ່ອງທ່ຽວ ເພື່ອແນໃສ່ບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 5 ລ້ານເທື່ອຄົນໃນປີ 2022. ພ້ອມດຽວກັນນັ້ນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ກໍ່ຕ້ອງສົມທົບກັນຜັນຂະຫຍາຍມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ, ແກ່ການເຄື່ອນໄຫວທ່ອງທ່ຽວ, ຍົກສູງປະສິດທິຜົນການເຊື່ອມຕໍ່ສາຍການບິນ, ເປີດປະຕູການທ່ອງທ່ຽວຢ່າງຄົບຊຸດ, ເປັນເອກະພາບຕໍ່ຄຳແນະນຳຂອງຂະແໜງສາທາລະນະສຸກ ແລະ ເພີ່ມທະວີການໂຄສະນາເຜີຍແຜ່ຄຳ ແນະນຳຂອງຂະແໜງທ່ອງທ່ຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ