ຫວຽດ​ນາມ ສະ​ເໜີ ສ​.ເກົາຫຼີ ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ປະ​ຫວັດ​ສາດ

(VOVWORLD) -ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮັບຂ່າວ ກ່ຽວກັບເລື່ອງ ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ປະຕິເສດການຕັດສິນຂອງສານ ເຊີອູນ ທີ່ຮຽກຮ້ອງລັດຖະບານປະເທດນີ້ ຊົດເຊີຍໃຫ້ແກ່ຜູ້ປະສົບເຄາະຮ້າຍ ຫວຽດນາມ ໃນເຫດເຂັ່ນຂ້າ ຢູ່ກວາງນາມ ເມື່ອປີ 1968. 
ຫວຽດ​ນາມ ສະ​ເໜີ ສ​.ເກົາຫຼີ ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ປະ​ຫວັດ​ສາດ - ảnh 1ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ຫງວຽນຮົ່ງ)

ໃນການຖະແຫຼງຂ່າວປະຈຳເດືອນທີ່ໄດ້ດຳເນີນໃນຕອນບ່າຍວັນ 9 ມີນາຢູ່ຮ່າໂນ້ຍ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮັບຂ່າວ ກ່ຽວກັບເລື່ອງ ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ປະຕິເສດການຕັດສິນຂອງສານ ເຊີອູນ ທີ່ຮຽກຮ້ອງລັດຖະບານປະເທດນີ້ ຊົດເຊີຍໃຫ້ແກ່ຜູ້ປະສົບເຄາະຮ້າຍ ຫວຽດນາມ ໃນເຫດເຂັ່ນຂ້າ ຢູ່ກວາງນາມ ເມື່ອປີ 1968. ທ່ານນາງ ຟ້າມທູຮັ່ງໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຮູ້ສຶກເສຍດາຍຕໍ່ເລື່ອງລັດຖະບານ ສ.ເກົາຫຼີ ປະຕິເສດຄຳຕັດສິນຂອງສານ. ສິ່ງນີ້ບໍ່ສ່ອງແສງຄວາມຈິງສຳລັບບັນຫານີ້ຢ່າງພາວະວິໄສ. ຫວຽດນາມ ມີແຜນນະໂຍບາຍປະຫຼະອະດີດຕະການ, ມຸ່ງໄປເຖິງອະນາຄົດ ແຕ່ບໍ່ໝາຍຄວາມວ່າ ປະຕິເສດຄວາມຈິງໃນປະຫວັດສາດ. ບົນຈິດໃຈຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ, ຫວຽດນາມ ໄດ້ສະເໜີຝ່າຍ ສ.ເກົາຫຼີມີຄວາມຮັບຮູ້ຢ່າງຖືກຕ້ອງ ແລະ ເຄົາລົບຄວາມຈິງທາງດ້ານປະຫວັດສາດ, ສົ່ງເສີມບັນດາການກະທຳແທດຈິງ, ມີປະສິດທິຜົນ ເພື່ອແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະກອບສ່ວນປັບປຸງເພີ່ມທະວີນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືອັນດີງາມລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ.

ສຳລັບຂ່າວທີ່ວ່າ ກະຊວງການຕ່າງປະເທດ ລັດເຊຍ ພວມຮຽບຮຽງຂໍ້ຕົກລົງກ່ຽວກັບການຫັນລະບຽບການຂໍວິຊາເປັນງ່າຍດາຍສຳລັບ 6 ປະເທດ, ໃນນັ້ນມີ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ຫວຽດນາມ ສະແດງຄວາມຊົມເຊີຍ ເມື່ອລັດເຊຍ ພິຈາລະນະຫັນລະບຽບການຂໍວິຊາໃຫ້ແກ່ ພົນລະເມືອງຫວຽດນາມ ເປັນງ່າຍດາຍ ແລະ ສະໜັບສະໜູນບັນດາມາດຕະການສ້າງຄວາມສະດວກໃຫ້ແກ່ພົນລະເມືອງ ຫວຽດນາມ ແລະ ບັນດາປະເທດໃນການພົວພັນການຄ້າ, ເດີນທາງໄປມາ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ຂອງ ຫວຽດນາມ ກັບບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ