ຫວຽດນາມ ສະເໜີຄຳເຫັນເພື່ອແນໃສ່ເພີ່ມທະວີບົດບາດຂອງ AIPA ກ່ວາອີກ

(VOVWORLD) - ວັນທີ 16 ກັນຍາ, ທີ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ,ໄດ້ຈັດຕັ້ງພິທີໄຂ ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 38 (AIPA 38) ຢ່າງສົມກຽດ
ຫວຽດນາມ ສະເໜີຄຳເຫັນເພື່ອແນໃສ່ເພີ່ມທະວີບົດບາດຂອງ AIPA ກ່ວາອີກ - ảnh 1 ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ກ່າວຄຳເຫັນທີ່ກອງປະຊຸມ

ດ້ວຍຫົວຂໍ້ວ່າ “AIPA ແລະ ອາຊຽນ: ຄູ່ຮ່ວມມືເພື່ອການປ່ຽນແປງກວມລວມ”. ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ມີບົດປາໄສສຳຄັນທີ່ວາລະປຶກສາຫາລືຄົບຄະນະເທື່ອທີ່ໜຶ່ງ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ໃຫ້ຮູ້ວ່າ: ເພື່ອປະກອບສ່ວນເຂົ້າໃນການພັດທະນາ ແລະ ຜົນສຳເລັດຂອງ AIPA ກໍ່ຄືຂອງ ອາຊຽນ, ຫວຽດນາມ ໄດ້ປະກອບຄຳເຫັນສະເໜີ 5 ຂໍ້ກັບ AIPA, ໃນນັ້ນ ເນັ້ນໜັກວ່າ AIPA ຄວນມານະພະຍາຍາມກ່ວາອີກເພື່ອພ້ອມກັບ ອາຊຽນ ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນຢູ່ລະດັບຊາດ ແລະ ພາກພື້ນ ກ່ຽວກັບຄວາມສຳຄັນ ແລະ ບັນດາການເຄື່ອນໄຫວແທດຈິງຂອງ AIPA ກໍ່ຄືຄວາມສາມາດປະກອບສ່ວນຂອງອົງການລັດຖະສະພາພາກພື້ນສຳລັບວິວັດການສ້າງປະຊາຄົມ ອາຊຽນ ແລະ ຫັນຜົນປະໂຫຍດຂອງປະຊາຊົນ ອາຊຽນ ໃຫ້ປະກົດຜົນເປັນຈິງ; ເສີມຂະຫຍາຍບົດບາດຂອງ AIPA ໃນການເພີ່ມທະວີການໜູນຊ່ວຍຂອງການພົວພັນໃນຂົງເຂດລັດຖະສະພາກັບຕ່າງປະເທດໃນການພົວພັນທາງການທູດແຫ່ງລັດສັງລວມລະຫວ່າງບັນດາປະເທດສະມາຊິກ ອາຊຽນ ກໍ່ຄືກັບບັນດາຄູ່ຮ່ວມມືຂອງ ອາຊຽນ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນພາກພື້ນຜ່ານການຍົກສູງບັນດາຫຼັກການ, ມາດຕະຖານການປະພຶດຂອງ ອາຊຽນ ແລະ ເຄົາລົບນັບຖືກົດໝາຍສາກົນ, ຍົກສູງປະສິດທິຜົນການພົບປະໂດຍກົງລະຫວ່າງຜູ້ຕາງໜ້າ AIPA ແລະ ການນຳ ອາຊຽນ ໃນແຕ່ລະປີຕາມທິດເພີ່ມທະວີການໜູນຊ່ວຍກັນຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ