ຫວຽດ​ນາມ ສະ​ເໜີ​ໃຫ້​ປະ​ຕິ​ບັດ ແລະ ເຄົາ​ລົບ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -  ວັນທີ 26 ມິຖຸນາ, ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາວ່າດ້ວຍໄມຕີຈິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ຄັ້ງທຳອິດ ຖືກຈັດຂຶ້ນຢູ່ສຳນັກງານຄະນະເລຂາ ອາຊຽນ, ຕັ້ງຢູ່ຈາກາຕາ, ປະເທດ ອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນຂັ້ນເອກອັກຄະລັດຖະທູດ ຂອງ 48 ໃນຈໍານວນ 54 ປະເທດ ເຂົ້າຮ່ວມ.
ຫວຽດ​ນາມ ສະ​ເໜີ​ໃຫ້​ປະ​ຕິ​ບັດ ແລະ ເຄົາ​ລົບ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV5)

ດ້ວຍຫົວຂໍ້ “ສຳຫຼວດ ແລະ ກຳນົດທິດໃຫ້ແກ່ອະນາຄົດ”, ບັນດາຄູ່ຮ່ວມມືເຂົ້າຮ່ວມສົນທິສັນຍາ TAC ກ່າວຄຳເຫັນຢັ້ງຢືນການເຄົາລົບ ແລະ ປະຕິບັດບັນດາຫຼັກການ, ຂໍ້ກຳນົດທີ່ມີລັກສະນະຜູກມັດທາງດ້ານນິຕິກຳຂອງ TAC, ສະໜັບສະໜູນບົດບາດເປັນໃຈກາງ ແລະ ດຳເນີນການສ້າງປະຊາຄົມຂອງ ອາຊຽນ, ສືບຕໍ່ຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ ໃນການຮັກສາການສົນທະນາ, ຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ມຸ່ງໄປເຖິງການປະຕິບັດບັນດາເປົ້າໝາຍອັນສູງສົ່ງຂອງ TAC.

        ຕາງໜ້າ ຫວຽດນາມ, ທ່ານນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ສະເໜີໃຫ້ບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາ  TAC ພ້ອມກັນສະແດງຄຳໝັ້ນສັນຍາຜ່ານການກະທຳອັນແທດຈິງ, ປະຕິບັດບັນດາຂໍ້ກຳນົດໃນ TAC ຢ່າງຄົບຖ້ວນ ແລະ ເຂັ້ມງວດ, ກໍຄື ເຄົາລົບຫຼັກການ, ຄຸນຄ່າພື້ນຖານທີ່ໄດ້ລະບຸໃນກົດບັດ ອາຊຽນ, ຫຼັກການ ບາລີ ກ່ຽວກັບການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ທັດສະນະຂອງ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ (AOIP), ເພື່ອນ້ຳໃຈມິດຕະພາບ ແລະ ການຮ່ວມມືຄືດັ່ງໃນຊື່ເອີ້ນຂອງສົນທິສັນຍາ ໄດ້ປະກົດຜົນເປັນຈິງ.

ຟ້າມຮ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ