ຫວຽດນາມ ສະແດງຄວາມວິຕົກກັງວົນ ກ່ຽວກັບການປະທະກັນທີ່ພວມປີນຂັ້ນໄດ ຢູ່ ເຂດ ກາຊາ

(VOVWORLD) -ວັນທີ 18 ຕຸລາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລືເປີດ, ດ້ວຍຫົວຂໍ້: “ສະພາບການຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ”, ພາຍໃຕ້ການເປັນປະທານຂອງ ໂບລີເວຍ, ປະທານໝູນວຽນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນເດືອນຕຸລາ.

ຫວຽດນາມ ສະແດງຄວາມວິຕົກກັງວົນ ກ່ຽວກັບການປະທະກັນທີ່ພວມປີນຂັ້ນໄດ ຢູ່ ເຂດ ກາຊາ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ:TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ກ່ຽວກັບສະພາບການຜັນແປສັບສົນຢ່າງຕໍ່ເນື່ອງ ຢູ່ຫຼາຍບ່ອນ ໃນຕາເວັນອອກກາງ, ໂດຍສະເພາະແມ່ນ ການປະທະກັນທີ່ພວມປີນຂັ້ນໄດ ຢູ່ ເຂດ ກາຊາ ໃນໄລຍະຜ່ານມາ ແລະ ສະພາບວິກິດການດ້ານມະນຸດສະທຳທີ່ຮ້າຍແຮງຢູ່ທີ່ນີ້. ຫວຽດນາມ ຮຽກຮ້ອງໃຫ້ຢຸດຕິການເຄື່ອນໄຫວກໍ່ສ້າງບັນດາເຂດທີ່ພັກອາໄສ ແລະ ຍົກເລີກການປິດລ້ອມເຂດ ກາຊາ ທັງໝົດໃນທັນທີ, ພ້ອມນັ້ນ ກໍ່ເອົາໃຈໃສ່ປົກປ້ອງສາມັນຊົນ ແລະ ປັບປຸງເງື່ອນໄຂການດຳລົງຊີວິດຂອງຊາວ ປາແລັດສະຕິນ ຢູ່ທີ່ນີ້.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຢັ້ງຢືນຫຼັກໝັ້ນຂອງ ຫວຽດນາມ ແມ່ນ ສະໜັບສະໜູນການຕໍ່ສູ້ ເປັນທຳຂອງ ປະຊາຊົນ ປາແລັດສະຕິນ ຍາດເອົາສິດຕັດສິນໃຈດ້ວຍຕົນເອງ ແລະ ສິດສ້າງຕັ້ງລັດເອກະລາດ, ມີອໍານາດອະທິປະໄຕ; ຢັ້ງຢືນວ່າ ສອງລັດ ແມ່ນວິທີການແກ້ໄຂທີ່ດີທີ່ສຸດ ສຳລັບການປະທະນີ້; ຊົມເຊີຍທຸກຄວາມມານະພະຍາຍາມ ຂອງ ສະຫະປະຊາຊາດ;  ບັນດາປະເທດໃນພາກພື້ນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຊຸກຍູ້ວິວັດທະນາການສັນຕິພາບ ເພື່ອບັນລຸໄດ້ ວິທີການແກ້ໄຂທີ່ສະເໝີພາບ, ຮອບດ້ານ ແລະ ຍືນຍົງ ຮັບປະກັນບັນດາຜົນປະໂຫຍດອັນຊອບທຳຂອງ ທັງ ອິດສະລະແອັນ ແລະ ປາແລັດສະຕິນ ກໍ່ຄືສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ