ຫວຽດນາມ ສະໜັບ ສະໜູນ ແລະ ປະຕິບັດ ແຜນການເຄື່ອນໄຫວຂອງ IAEA ກ່ຽວກັບຄວາມ ປອດໄພນິວເຄຼຍ

ຫວຽດນາມ ສະໜັບ ສະໜູນ ແລະ ປະຕິບັດ ແຜນການເຄື່ອນໄຫວຂອງ IAEA ກ່ຽວກັບຄວາມ ປອດໄພນິວເຄຼຍ - ảnh 1
(ພາບປະກອບ)

(TTX) -     ວັນ​ທີ 17/9, ຢູ່​ວຽນ, ປະ​ເທດ​ໂອ​ຕຣິດ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 56 ຂອງສະມັດ​ຊາ​ໃຫຍ່ອົງການ​ພະລັງງານ​ປະ​ລະມານູສາກົນ (IAEA) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 155 ປະ​ເທດ​ສະມາຊິກ ພ້ອມ​ກັບບັນ​ດາ​ອົງ​ການ​ຈັດ​ຕັ້ງສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ອົງການ​ສື່​ມວນ​ຊົນ ທີ່ມາ​ຈາກ​ຫຼາຍ​ປະ​ເທດ. ​ກ່າວ​ຄຳ​ປາ​ໄສ​ທີ່​ກອງ​ປະຊຸມ, ຫົວໜ້າ​ຄະ​ນະ​ຜູ້​ແທນຫວຽດນາມ, ທ່ານລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ Nguyen Quan ​ໄດ້​ຢືນຢັນ​ວ່າ ຫວຽດນາມ ສະໜັບສະໜູນ ​ແລະ ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ຂອງ IAEA ກ່ຽວ​ກັບ​ຄວາມ​ປອດ​ໄພ​ນິວ​ເຄຼຍ, ພ້ອມ​ກັນ​ນັ້ນກໍ​ຊົມ​ເຊີຍຂົມ​ເຂີຍ​ບັນດາ​ປະ​ເທດ​ມີໄຟຟ້າ​ນິ​ເຄຼຍ ​ທີ່ໄດ້​ປະຕິບັດ​ເລື່ອງ​ຕີ​ລາຄາ​ຄວາມ​ປອດ​ໄພ​ສຳ​ຫຼັບ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ ​ແລະ ປະຕິບັດ​ບັນດາ​ການ​ເຄື່ອນ​​ໄຫວ​ທີ່​ຈຳ​ເປັນ​ເພື່ອ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ. ທ່ານ​ລັດຖະມົນຕີ Nguyen Quan ​ໄດ້​ແຈ້ງ​ທີ່ກອງ​ປະຊຸມກ່ຽວ​ກັບ​ເລື່ອງ​ທ່ານ​ປະທານ​ປະ​​ເທດ​ຫວຽດນາມ ​​ໄດ້​ໃຫ້​ສັດຕະຍາບັນ​ອະ​ນຸສັນຍາ​ເພີ່ມ​ເຕີ່​ມ; ບັນດາ​ລະບຽບ​ການ​ທີ່​ຈຳ​ເປັນ​ເພື່ອ​ຖະ​ແຫຼ​ງເຂົ້າ​ຮ່ວມ​ສົນ​ທິສັນຍາ​ປ້ອງ​ກັນ​ທາດ​ນິວ​ເຄຼຍ ​ແລະ ​ພາກ​ປັບປຸງ​ຂອງ​ສົນທິສັນຍາ​ກໍ​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ແລ້ວ ​ແລະ ຍືນ​ສ​ະເໜີ​ຕໍ່​ທ່ານ​ປະທານ​ປະ​ເທດ​ເພື່ອ​​​ຕົກລົງ​​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ