ຫວຽດນາມ ສະໜັບ ສະໜູນປີສາກົນສາມັກຄີກັບປະຊາຊົນປາແລດສຕິນ

ຫວຽດນາມ ສະໜັບ ສະໜູນປີສາກົນສາມັກຄີກັບປະຊາຊົນປາແລດສຕິນ - ảnh 1
ຫວຽດນາມ ສະໜັບສະໜູນ​ປີ​
ສາກົນ​ສາມັກຄີ​ກັບ​ປະຊາຊົນ​ປາ​ແລດ​ສຕິນ
(ພາບ: cpv.org.vn)


(vovworld) – ​ວັນ​ທີ 06/11, ຢູ່​ຮ່​າໂນ້ຍ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ຄະນະ​ກຳມະການ​ຫວຽດນາມ ສາມັກຄີ​ກັບ​ປະຊາຊົນ​ປາ​ແລດ​ສຕິນ ສົມທົບ​ກັບ​ສະຖານທູດ​ປາ​ແລດ​ສຕິນ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ການ​ສາຍຟິມຮູບ​ເງົາ “ກ້ອງ​ຖ່າຍ​ວີ​ດີ​ໂອ 5 ໜ່ວຍ​ຖືກ​ແຕກ”. ນີ້​ແມ່ນການ​ເຄື່ອນ​ໄຫວ​ສະໜັບສະໜູນ​ປີ​ສາກົນສາມັກຄີ​ກັບ​ປະຊາຊົນ​ປາ​ແລດ​ສຕິນ 2014 ​ແລະ ວັນ​ສາກົນ​ສາມັກຄີ​ກັບ​ປະຊາຊົນ​ປາ​ແລດ​ສຕິນ 29/11. ຟິມຮູບ​ເງົາ “ກ້ອງ​ຖ່າຍ​ວີ​ດີ​ໂອ 5 ໜ່ວຍ​ຖືກ​ແຕກ” ຂອງ​ຜູ​້ກຳກັບ Emad Burnat ​ແລະ Guy Davidi ​ໄດ້​ສ່ອງ​ແສງ​ກ່ຽວກັບ​ການ​ຕໍ່ສູ້​​ໂດຍ​ບໍ່ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ແທດ​ຈິງຂອງ​ຊາວບ້ານ Bil’in, ​ເຊິ່ງ​​ເປັນ​ບ້ານ​ໜຶ່ງ​ຢູ່​​ເຂດ​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນຖືກ​ບຽດ​ຢຶດຍ້ອນ​ບັນດາ​ເຂດ​ຕັ້ງ​ຖິ່ນຖານ​ຄົງ​ທີ່​​ຂອງ​ອິດສຣາ​ແອນ.

ຂ່າວ/ບົດ​ອື່ນ