ຫວຽດນາມ ສະໜັບສະໜູນ “ການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ”

(VOVWORLD) - ໃນລະຫວ່າງວັນທີ 15 – 29 ຕຸລາ 2018, ຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳສືບຕໍ່ລາຍການເຮັດວຽກຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 ດ້ວຍຫົວຂໍ້ປຶກສາຫາລືກ່ຽວກັບ “ການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ”.
ຫວຽດນາມ ສະໜັບສະໜູນ “ການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ” - ảnh 1 ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກີວ (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກີວ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ: ຕໍ່ໜ້າບັນດາສິ່ງທ້າທາຍພວມວາງອອກໃນປັດຈຸບັນ, ບັນດາປະເທດຄວນເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈຮ່ວມມື ເພື່ອຊອກຫາບັນດາມາດຕະການລວມ, ຄວນຮັກສາບົດບາດຂອງບັນດາເວທີປາໄສສະຫະປະຊາຊາດ ໃນການຊຸກຍູ້ການເຈລະຈາສ້າງສາ ແລະ ຮ່ວມມືດ້ວຍຄວາມເຈດຕະນາດີ, ແທນທີ່ການສູ້ຢັນ, ຈັດວາງ ແລະ ຕຳໜິຕິຕຽນກັນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກີວ ຢືນຢັນວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນບັນດາສິດທິມະນຸດໃຫ້ເໝາະສົມກັບມາດຕະຖານສາກົນຢ່າງຄົບຖ້ວນ, ແປ່ງປັນຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ທີ່ບັນລຸໄດ້ໃນດ້ານສາທາລະນະສຸກ, ການສຶກສາ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢ່າງຄົບຖ້ວນ…ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກີວ  ໃຫ້ຮູ້ວ່າ:ປັດຈຸບັນ, ຫວຽດນາມ ມີການພົບປະເຈລະຈາ ແລະ ປຶກສາຫາລືປະຈຳປີກັບບັນດາຄູ່ຮ່ວມມືຄື: ອາເມລິກາ, ຊູແອັດ, ອົດສະຕາລີ, ສະຫະພາບ ເອີຣົບ (ອີຢູ), ນອກແວ, ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າຢູ່ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ