ຫວຽດ​ນາມ ສ​ະ​ໜັບ​ສະ​ໜູນ ອາ​ເມ​ລິ​ກາ ແກ້​ໄຂ​ຜົນ​ຮ​້າຍ​ຢ້ອນຫຼັງຈາກໄພ​ທ​ຳ​ມະ​ຊາດ

(VOVWORLD) - ຕອນບ່າຍວັນທີ 05 ມັງກອນ ປີ 2022, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ໄດ້ດຳເນີນ ພິທີມອບເງິນຈຳນວນ 100.000 USD ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ສະໜັບສະໜູນໃຫ້ແກ່ບັນດາຄອບຄົວທີ່ມີຄົນເສຍຊິວິດ ໃນພາຍຸເກີດຂຶ້ນໃນເດືອນທັນວາ ປີ 2021 ຢູ່ລັດ ແກນຕຸກກິ, ອາເມລິກາ.
ຫວຽດ​ນາມ ສ​ະ​ໜັບ​ສະ​ໜູນ ອາ​ເມ​ລິ​ກາ ແກ້​ໄຂ​ຜົນ​ຮ​້າຍ​ຢ້ອນຫຼັງຈາກໄພ​ທ​ຳ​ມະ​ຊາດ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ມອບເງິນຊ່ວຍເຫຼືອເປັນຮູບການໃຫ້ຄອບຄົວຜູ້ປະສົບເຄາະຮ້າຍຈາກພາຍຸ ຢູ່ ອາເມລິກາ (ພາບ: ກະຊວງການຕ່າງປະເທດ)

ກ່ອນນັ້ນ, ວັນທີ 12 ທັນວາ ປີ 2021, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພ້ອມກັນສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄອບຄົວບັນດາ ຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢູງ ໄດ້ແບ່ງເບົາຄວາມໂສກເສົ້າເສຍຫາຍທີ່ເກີດຂຶ້ນຕໍ່ຊາວ ອາເມລິກາ ຈາກໄພທຳມະຊາດຜ່ານມາ; ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Joe Biden, ລັດຖະບານ ແລະ ຊາວ ອາເມລິກາ ກຳລັງແກ້ໄຂ ແລະ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ ແກນຕຸກກິໂດຍໄວ.

        ທ່ານອຸປະທູດຊົ່ວຄາວສະຖານທູດ ອາເມລິກາ ປະຈຳ ຫວຽດນາມ Marie Damour ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຢ່າງຕັ້ງໜ້າ, ທັນການຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ເຖິງ ຊາວລັດ ແກນຕຸກກິ; ທ່ານປາດຖະໜາຢາກໃຫ້ການພົວພັນ 2 ຝ່າຍດີງາມລະຫວ່າງ 2 ປະເທດສືບຕໍ່ພັດທະນາ, ໃນນັ້ນມີການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາກາແດງ 2 ປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ