ຫວຽດນາມ ສະໜັບສະໜູນການ ເຈລະຈາຮ່ວມມື ດ້ານສິດທິມະນຸດ

ຫວຽດນາມ ສະໜັບສະໜູນການ ເຈລະຈາຮ່ວມມື ດ້ານສິດທິມະນຸດ - ảnh 1
ຫວຽດນາມ ສະ​ໜັບສະ​ໜູນ​ການ​ເຈລະຈາ​ຮ່ວມ​ມື​ດ້ານ​ສິດ​ທິມະນຸດ
(ພາບ: vietnamplus.vn)

(vovworld) - ວັນ​ທີ 06/03, ກອງ​ປະຊຸມ​ນັດ​ສາມັນ​ຄັ້ງ​ທີ 25, ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ບົດ​ລາຍ​ງານ​ຂອງອົງການຂະ​ຫຼວງ​ໃຫຍ່ສິດ​ທິມະນຸດ ກ່ຽວ​ກັບ​ສະພາບສິດ​ທິມະນຸດ​ຂອງ​ໂລກ ​ໃນ​ປີ 2013. ຕາງໜ້າ​ຄະນະ​ຜູ້​​ແທນ​ຫວຽດນາມ, ທ່ານ ຮ່ວາງ​ຈິ໋ຈຸ​ງ, ຫົວໜ້າ​ກົມ​ບັນດາ​ອົງການ​ຈັດ​ຕັ້ງສາກົນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ. ທ່ານ ຮ່ວາງ​ຈິ໋ຈຸ​ງ ຢືນຢັນ​ວ່າ ບັນດາ​ນະ​ໂຍບາຍ​ເສດຖະກິດ - ສັງຄົມ ຕ້ອງ​ຮັບປະກັນທັງ​ໝົດ​ສິດ​ທີ່​ເປັນ​ພື້ນຖານ​ດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​​ເມືອງ, ພົນລະ​ເຮືອນ​ຂອງ​ປະຊາຊົນ ​ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ເໝາະ​ສົມ​ເຖິງ​ກຸ່ມ​​ແມ່ຍິງ ​ແລະ ​ເດັກນ້ອຍ. ທ່ານ ຮ່ວາງ​ຈິ໋ຈຸ​ງ ​ເນັ້ນ​ໜັກ​​ເຖິງ​ການ​ຮັບປະກັນ ​ແລະ ຊຸກຍູ້​ສິດ​ຂອງ​ມະນຸດ ​ວ່າ ກ່ອນ​ອື່ນ​ໝົດ​ສິດ​ທິມະນຸດ​​ແມ່ນຂຶ້ນ​ກັບໜ້າ​ທີ່​ຮັບຜິດຊອບ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ຖື​ວ່າ ການ​ຮ່ວມ​ມື​ດ້ານ​ສາກົນ​ກ່ຽວ​ກັບ​ສິດ​ທິມະນຸດ​ໄດ້​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ວຽກ​ງານ​ດັງ​ກ່າວ​ຢ່າງ​ມີ​ປະສິດທິ​ຜົນ. ຜູ້ຕາງ​ໜ້າ​ຫວຽດນາມ ກໍ່​ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ວົງ​ຄະນະ​ຍາດ​ສາກົນ, ບັນດາ​ກົນ​ໄກ​ສິດ​ທະ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ, ອົງການຂະ​ຫຼວງ​ໃຫຍ່ສິດທິ​ມະນຸດ ​ແລະ ຫ້ອງການຂະ​ຫຼວງ​ໃຫຍ່​ໃນ​ການ​ຊຸກຍູ້​ການ​ເຈລະຈາ ​ແລະ ຮ່ວມ​ມື​ດ້ານ​ສິດທິ​ມະນຸດ.

ຂ່າວ/ບົດ​ອື່ນ