ຫວຽດນາມ ສະໜັບສະໜູນບົດບາດຂອງບັນດາເວທີປາໄສ ແລະ ກົນໄກຮ່ວມມືຫຼາຍຝ່າຍ, ໃນນັ້ນມີ BRICS

(VOVWORLD) - ການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອຢັ້ງຢືນນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ
ຫວຽດນາມ ສະໜັບສະໜູນບົດບາດຂອງບັນດາເວທີປາໄສ ແລະ ກົນໄກຮ່ວມມືຫຼາຍຝ່າຍ, ໃນນັ້ນມີ BRICS - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ດັ້ງມິງຄອຍ
(ພາບ: ກະຊວງການຕ່າງປະເທດ)

        ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີສະຫະພັນ ລັດເຊຍ, Vladimir Putin, ປະທານກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ - BRICS ປີ 2024, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາການນຳກຸ່ມ BRICS ເປີດກວ້າງຢູ່ Kazan, ສະຫະພັນ ລັດເຊຍ ແຕ່ວັນທີ 23 – 24 ຕຸລາ.

        ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ດັ້ງມິງຄອຍ ແລ້ວ, ການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອຢັ້ງຢືນນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ເອກກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ, ເນັ້ນໜັກວ່າ:

“ການເຂົ້າຮ່ວມກອງປະຊຸມຄັ້ງນີ້ຂອງ ຫວຽດນາມ ກໍ່ແມ່ນເພື່ອສົ່ງສານຂອງ ຫວຽດນາມ ກ່ຽວກັບການສະໜັບສະນູນບົດບາດຂອງບັນດາເວທີປາໄສ ແລະ ກົນໄກຮ່ວມມືຫຼາຍຝ່າຍ, ໃນນັ້ນມີ BRICS, ເຄື່ອນໄຫວບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ ແລະ ສອດຄ່ອງກັບກົດໝາຍສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ