ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢູ່ WEF ໃນ​ການ​ເດີ​ນ​ທາງ​ໄປ​ປ​ະ​ຕິ​ບັດ​ງານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນໜຶ່ງໃນ 2 ຜູ້ນຳໜ້າລັດຖະບານ ໂດຍ WEF ແລະ ປະເທດເຈົ້າພາບ ຈີນໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມຄັ້ງນີ້.
ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢູ່ WEF ໃນ​ການ​ເດີ​ນ​ທາງ​ໄປ​ປ​ະ​ຕິ​ບັດ​ງານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະໄຂກອງປະຊຸມຄົບຄະນະ 
(ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສິ້ນສຸດການເດີນທາງໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ນະຄອນ ຕະຫຼຽນ ແລະ ເຮັດວຽກຢູ່ຈີນ ໃນລະຫວ່າງວັນທີ 24 – 27 ມິຖຸນາ ຢ່າງຈົບງາມ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນໜຶ່ງໃນ 2 ຜູ້ນຳໜ້າລັດຖະບານ ໂດຍ WEF ແລະ ປະເທດເຈົ້າພາບ ຈີນໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມຄັ້ງນີ້. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳມາເຊິ່ງສານສຳຄັນຫຼາຍຢ່າງ,  ທັງໃນກອງປະຊຸມທຸກຄັ້ງ ກໍ່ຄືການພົບປະກັບບັນດາຄູ່ຮ່ວມມື. ດ້ວຍຈຸດພົ້ນເດັ່ນແມ່ນ ບົດກ່າວປາໄສຢູ່ວາລະໄຂກອງປະຊຸມຄົບຄະນະ ຕໍ່ໜ້າແຂກຖືກເຊີນ ປະມານ 1.700 ຄົນທີ່ມາຈາກ 80 ປະເທດ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງສານຢ່າງເລິກເຊິ່ງ, ຈະແຈ້ງກ່ຽວກັບບັນດາຜົນສຳເລັດທີ່ພົ້ນເດັ່ນທາງດ້ານເສດຖະກິດ - ສັງຄົມ, ແຜນນະໂຍບາຍ, ວິໄສທັດ, ການກຳນົດທິດຍຸດທະສາດພັດທະນາປະເທດຊາດຂອງພັກ, ລັດ ຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນໃຫ້ຮູ້ວ່າໃນການເດີນທາງໄປປະຕິບັດງານ ແລະ ເຮັດວຽກຢູ່ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ດຳເນີນການໂອ້ລົມສົນທະນາ, ເຈລະຈາກັບບັນດາການນຳຂັ້ນສູງຂອງຈີນ, ໃຫ້ການຕ້ອນຮັບກຸ່ມບໍລິສັດ, ວິສາຫະກິດໃຫຍ່ຈຳນວນໜຶ່ງຂອງຈີນ. ຕາມນັ້ນແລ້ວ, ໝາກຜົນ ແລະ ຄວາມໝາຍຂອງການໂອ້ລົມສົນທະນາ, ພົບປະກັບການນຳຂັ້ນສູງຈີນ ໄດ້ສະແດງອອກຜ່ານຫຼາຍດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ