ຫວຽດ​ນາມ - ສ.ເກົາຫຼີ ຊຸກ​ຍູ້​​ການ​ພົວ​ພັນ​ ຢ່າງ​ແຮງ ແລະ ແທດ​ຈິງ

(VOVWORLD) -ທ່ານເອກອັກຄະລັດຖະທູດ Park Noh Wan ໃຫ້ຮູ້ວ່າ ລັດຖະບານ ສ.ເກົາຫຼີ ກຳລັງພິຈາລະນາເພີ່ມໂຄຕາແຮງງານ ຫວຽດນາມ ມາເຮັດວຽກຢູ່ ສ.ເກົາຫຼີຕື່ມອີກ
ຫວຽດ​ນາມ - ສ.ເກົາຫຼີ ຊຸກ​ຍູ້​​ການ​ພົວ​ພັນ​ ຢ່າງ​ແຮງ ແລະ ແທດ​ຈິງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Park Noh Wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Park Noh Wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດວຽກງານທາງການທູດ ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ ແລະ ຢາກຊຸກຍູ້ການພົວພັນຮ່ວມມືສອງຝ່າຍຢ່າງແຮງ ແລະ ແທດຈິງກ່ວານີ້ອີກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສ.ເກົາຫຼີ ສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວຢ້ຽມຢາມຂັ້ນສູງ, ການທູດປະຊາຊົນໃຫ້ເປັນຢ່າງດີສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ໄດ້ມີວຽກເຮັດງານທຳ, ດຳລົງຊີວິດເປັນປົກກະຕິຢູ່ສ.ເກົາຫຼີ; ສືບຕໍ່ແບ່ງປັນແລະສະໜັບສະໜູນ ຫວຽດນາມຢູ່ເວທີປາໄສສາກົນ; ສະໜັບສະໜູນທັດສະນະຂອງອາຊຽນກ່ຽວກັບທະເລຕາເວັນອອກ.

ສ່ວນທ່ານເອກອັກຄະລັດຖະທູດ Park Noh Wan ໃຫ້ຮູ້ວ່າ ລັດຖະບານ ສ.ເກົາຫຼີ ກຳລັງພິຈາລະນາເພີ່ມໂຄຕາແຮງງານ ຫວຽດນາມ ມາເຮັດວຽກຢູ່ ສ.ເກົາຫຼີຕື່ມອີກ. ທ່ານເອກອັກຄະລັດຖະທູດຫວັງວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ສ.ເກົາຫຼີເປີດກວ້າງການຮ່ວມມືໃນຂົງເຂດທີ່ເໝາະສົມກັບສະໄໝອຸດສາຫະກຳ 4.0 ຄືເສດຖະກິດດີຈີຕອນ, ຫັນປ່ຽນພະລັງງານ, ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ