ຫວຽດ​ນາມ ຫວັງ​ວ່າ ມຽນ​ມາ ຈະ​ກັບ​ຄືນ​ສູ່​ສະ​ພາບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ໂດຍ​ໄວ

(VOVWORLD) -ສະພາບການຜັນແປຢູ່ ມຽນມາ ໃນປັດຈຸບັນ ແມ່ນສົ່ງຜົນກະທົບບໍ່ດີຕໍ່ສະຖຽນລະພາບ, ການພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ມຽນມາ, ຮຽກຮ້ອງໃຫ້ບັນດາຝາຍທີ່ກ່ຽວຂ້ອງ ຈົ່ງລະງັບໃຈ, ຫຼີກລ້ຽງບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ດຳເນີນການເຈລະຈາ ເພື່ອມຸ່ງໄປເຖິງວິທີການແກ້ໄຂທີ່ເໝາະສົມ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍຂອງ ມຽນມາ ກໍຄື ຄວາມມຸ່ງມາດປາດຖະໜາ ແລະ ເຈດຈຳນົງຂອງປະຊາຊົນ ມຽນມາ.

ວັນທີ 26 ກຸມພາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມບໍ່ເປັນທາງການ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ສະພາບການຜັນແປຢູ່ ມຽນມາ ໃນປັດຈຸບັນ ແມ່ນສົ່ງຜົນກະທົບບໍ່ດີຕໍ່ສະຖຽນລະພາບ, ການພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ມຽນມາ, ຮຽກຮ້ອງໃຫ້ບັນດາຝາຍທີ່ກ່ຽວຂ້ອງ ຈົ່ງລະງັບໃຈ, ຫຼີກລ້ຽງບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ດຳເນີນການເຈລະຈາ ເພື່ອມຸ່ງໄປເຖິງວິທີການແກ້ໄຂທີ່ເໝາະສົມ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍຂອງ ມຽນມາ ກໍຄື ຄວາມມຸ່ງມາດປາດຖະໜາ ແລະ ເຈດຈຳນົງຂອງປະຊາຊົນ ມຽນມາ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍສະແດງຄວາມປາດຖະໜາຂອງ ຫວຽດນາມ ທີ່ວ່າ ມຽນມາ ຈະກັບຄືນສູ່ສະພາບເປັນປົກກະຕິໂດຍໄວ ເພື່ອການພັດທະນາຂອງ ມຽນມາ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ວິວັດການສ້າງປະຊາຄົມ ອາຊຽນ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບົດບາດເປັນກາງຂອງ ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ສົ່ງເສີມການສົມທົບລະຫວ່າງ ທູດພິເສດ ກັບ ອາຊຽນ ເພື່ອແນໃສ່ສ້າງສະພາບການມີສະຖຽນລະພາບ ຢູ່ ມຽນມາ.

 ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ